3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021

3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021 - 97d355e5 6886 4fcc b76a 611988f2a032 - 3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021
3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021 - kitchen vibe - 3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021

ທ້າຍອາທິດຜ່ານມາ, ກົມງົບປະມານແຫ່ງລັດ, ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ຄັງເງິນແຫ່ງຊາດ ກະຊວງການເງິນ, ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021 ໂດຍການເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດດັ່ງກ່າວ,ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ສະເໜີຜ່ານຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບດຳເນີນສ້າງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງປີ 2021, ສະເໜີກ່ຽວກັບແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 159/ຄຈສພ, ລົງວັນທີ 01 ຕຸລາ 2021, ສະເໜີຜ່ານມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ,ລົງວັນທີ 03 ມັງກອນ 2018, ສະເໜີກ່ຽວກັບແຈ້ງການແນະນຳຂອງຄະນະຈັດຕັ້ງສູນ ກາງພັກ ສະບັບເລກທີ 158/ຄຈສພ, ລົງວັນທີ 01 ຕຸລາ 2021 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018, ພ້ອມທັງແນະນໍາກ່ຽວກັບວິທີການ ແລະ ບັນດາເປົ້າໝາຍທີ່ຢູ່ໃນບັດທາບທາມ ເພື່ອໃຫ້ການທາບທາມໃນຮອບທີ 1 ນີ້ ໃຫ້ຖືກຕ້ອງ ແລະ ບັນລຸໄດ້ຕາມເປົ້າໝາຍທີ່ກໍານົດໄວ້.ແລະ ໃນຕອນບ່າຍຂອງວັນດຽວກັນ ຄັງເງິນແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກ ງານນໍາພາ-ຄຸ້ມຄອງປີ 2021 ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ຄະນະນຳຄັງເງິນແຫ່ງຊາດ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຄັງເງິນແຫ່ງຊາດເຂົ້າຮ່ວມທາບທາມໃນຄັ້ງນີ້ອີກດ້ວຍ.

3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021 - Visit Laos Visit SALANA BOUTIQUE HOTEL - 3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021

ໂອກາດນີ້, ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນກ່ຽວກັບກໍານົດພະນັກງານນໍາພາ-ຄຸ້ມຄອງຂອງກົມງົບປະມານແຫ່ງລັດ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພບັນລຸຕາມເນື້ອໃນຈິດໃຈຂອງມະຕິກົມການເມືອງສູນກາງພັກນັ້ນ, ໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດ ຖະກອນຂອງກົມງົບປະມານແຫ່ງລັດ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ຕ້ອງໄດ້ເຊື່ອມຊືມ, ກໍາແໜ້ນກ່ຽວກັບເນື້ອໃນ ແລະ ວິທີການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເພື່ອນໍາພາຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບທົ່ວຂະແໜງການເງິນ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສໍາເລັດເປັນຢ່າງດີ.

ທັງນີ້, ກໍເພື່ອພ້ອມກັນສຸມໃສ່ບັນລຸຕາມຈຸດປະສົງ ແລະ ຄາດໝາຍໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນກະຊວງຄຸ້ມຄອງ (ຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກ) ເພື່ອເປັນບ່ອນອີງໃນການບໍາລຸງ, ກໍ່ສ້າງພະນັກງານ ຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກເພື່ອເປັນເປົ້າໝາຍກໍ່ສ້າງເປັນພະນັກງານສືບທອດ-ປ່ຽນແທນໃນສະເພາະໜ້າ ແລະ ຍາວນານໄລຍະທີ່ມີຕໍາແໜ່ງຫວ່າງລົງຂອງພະນັກງານຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກໃນຕໍ່ໜ້າ.

3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021 - 4 - 3 ກົມຂອງກະຊວງການເງິນ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!