ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ

ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ - Untitled design 63 728x546 1 - ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ
ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ - kitchen vibe - ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ

ກໍລະນີພິເສດດັ່ງກ່າວເປັນຜູ້ຍິງກຳລັງຖືພາ ທີ່ບໍ່ທັນໄດ້ສັກວັກຊິນປ້ອງກັນໂຄວິດ. ບັນດາທ່ານໝໍໃຫ້ຮູ້ວ່າ ຜູ້ຍິງຄົນດັ່ງກ່າວເປັນກໍລະນີຕິດເຊື້ອທີ່ເບົາບາງ ແລະ ໄດ້ອອກຈາກໂຮງໝໍແລ້ວດ້ວຍສຸຂະພາບທີ່ແຂວງແຮງດີ. ເຖີງຢ່າງໃດກໍຕາມ ກະຊວງສາທາລະສະສຸກຂອງອິດສະລາເອລ ກໍຍັງສືບຕໍ່ຕິດຕາມ, ຄົ້ນຄວ້າກໍລະນີດັ່ງກ່າວຢູ່ ເພື່ອເບິ່ງວ່າການຕິດເຊື້ອໄວຣັດສອງຊະນິດພາຍດຽວກັນນັ້ນ ຈະມີຄວາມຮຸນແຮງທີ່ເປັນອັນຕະລາຍ ຫຼື ບໍ່.

ໃນສອງສາມອາທິດທີ່ຜ່ານມານີ້, ອິດສະລາເອລມີຜູ້ຕິດເຊື້ອໄຂ້ຫວັດແບບພຸ່ງກະໂດດ ແລະ ເຂົ້າໂຮງໝໍເຖິງ 2.000 ຄົນ, ຊຶ່ງເຮັດໃຫ້ເກີດຄວາມກັງວົນຕໍ່ກັບການລະບາດຂອງສອງພະຍາດພາບດຽວກັນນັ້ນ ຈະເຮັດໃຫ້ ມີຜູ້ຕິດເຊື້ອໄຂ້ຫວັດ ແລະ ຕິດເຊື້ອໂຕວິດ-19 ລົ້ນໂຮງໝໍ

ຜູ້ຊ່ຽວຊານດ້ານສາທາລະນະສຸກບອກວ່າ ການສັກວັກຊິນປ້ອງກັນ ເປັນວິທີການທີ່ດີທີ່ສຸດ ເພື່ອບໍ່ໃຫ້ຕິດເຊື້ອໄວຣັດທັງສອງຊະນິດພ້ອມດຽວກັນ. ໃນຂະນະທີ່ໂລກກຳລັງສັກວັກຊີນປ້ອງກັນໂຄວິດ-19 ຢູ່ນັ້ນ, CDC (ອົງການອາຫານ ແລະ ຢາ ຂອງສະຫະລັດ) ໄດ້ສະເໜີໃຫ້ມີການສັດວັກຊິນກັນພະຍາດໄຂ້ຫວັດໃຫ້ກັບເດັກອາຍຸແຕ່ 6 ເດືອນຂຶ້ນໄປ ຍົກເວັ້ນກໍລະນີພິເສດຫາຍາກເທົ່ານັ້ນ

ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ - 4 - ອິດສະລາເອລ ພົບກໍລະນີຜູ້ຍິງກຳລັງຖືພາຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ຕິດເຊື້ອໂຄວິດ-19 ພາຍດຽວກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!