ສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ ແລະ ເສຍຊີວິດ 43 ຄົນ


ກົມໃຫຍ່ຕຳຫລວດ ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ລາຍງາຍວ່າ: ໄລຍະ 5 ວັນຂອງການສະຫອອງ ສົ່ງທ້າຍປີເກົ່າ 2021 ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 197 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດ 43 ຄົນ, ພາຫະນະເປ່ເພ 315 ຄັນ ຖ້າທຽບໃສ່ 5 ວັນຂອງປີ 2021 ອຸບັດຕິເຫດປີນີ້ໜ້ອຍກວ່າ 20 ຄັ້ງ, ແຕ່ມີຜູ້ເສຍຊີວິດຫລາຍກວ່າເຖິງ 7 ຄົນ.
ສຳລັບແຂວງທີ່ອຸບັດຕິເຫດຫລາຍກວ່າໝູ່ ແມ່ນແຂວງຈຳປາສັກ ເກີດຂຶ້ນ 32 ຄັ້ງ, ນະຄອນຫລວງວຽງຈັນ 29 ຄັ້ງ, ແຂວງວຽງຈັນ 22 ຄັ້ງ, ແຂວງສະຫວັນນະເຂດ 18 ຄັ້ງ, ແຂວງຫລວງພະບາງ, ອຸດົມໄຊ ແຂວງລະ 13 ຄັ້ງ, ແຂວງບໍລິຄຳໄຊ 12 ຄັ້ງ, ອັດຕະປື 11 ຄັ້ງ, ຄຳມ່ວນ ແລະ ແຂວງຫລວງນ້ຳທາ ແຂວງລະ 10 ຄັ້ງ. ສ່ວນແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ ມີ 7 ຄົນ, ນະຄອນຫລວງວຽງຈັນ 6 ຄົນ, ແຂວງອັດຕະປື 5 ຄົນ, ແຂວງຫລວງນ້ຳທາ, ບໍລິຄຳໄຊ, ສາລະວັນ ແຂວງລະ 4 ຄົນ, ແຂວງສະຫວັນນະເຂດ ແລະແຂວງຫລວງພະບາງແຂວງລະ 3 ຄົນ ແລະ ແຂວງ ອື່ນໆຕື່ມອີກ.
ສາເຫດທີ່ພາໃຫ້ເກີດສ່ວນໃຫຍ່ແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຄວາມໄວເກີນກຳນົດ, ບໍ່ປ່ອຍສິດ, ຊີງບໍ່ຮັບປະກັນ ແລະ ເຕັກນິກລົດ.