ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ

ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ -              2 - ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ
ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ - kitchen vibe - ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ

ຈີນເຂັ້ມງວດໂຄວິດ ສັ່ງປິດຊຸບເປີມາເກັດ-ກັກຕົວຜູ້ມີຄວາມສ່ຽງ 1.000 ກວ່າຄົນ ທີ່ມີປະຫວັດໃກ້ຊິດໝາກໄມ້ນຳເຂົ້າທີ່ກວດພົບເຊື້ອໂຄວິດ ໂດຍສະເພາະໝາກມັງກອນຈາກຫວຽດນາມ ແລະ ໝາກລຳໄຍຈາກໄທ.

ວັນທີ 7 ມັງກອນ 2022, ເວັບໄຊ SCMP ສື່ພາສາອັງກິດໃນຮົງກົງ ລາຍງານເຖິງຄວາມເຂັ້ມງວດມາດຕະການໂຄວິດ-19 ຂອງລັດຖະບານຈີນ ທີ່ສົ່ງຜົນກະທົບຕໍ່ໝາກໄມ້ນຳເຂົ້າ ໂດຍສື່ຮົງກົງລາຍງານວ່າ: ນັບແຕ່ເດືອນທັນວາ 2021 ມີລາຍງານຢ່າງໜ້ອຍ 9 ເມືອງໃນມົນທົນເຈີຈຽງ ແລະ ມົນທົນຈຽງຊີຂອງຈີນເຖິງການກວດພົບເຊື້ອໂຄວິດ-19 ໃນໝາກມັງກອນທີ່ມາຈາກຫວຽດນາມ ລວມທັງໝາກລຳໄຍທີ່ນຳເຂົ້າມາຈາກໄທ.

ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ

ລາຍງານລະບຸວ່າ: ການກວດພົບເຊື້ອໂຄວິດໃນໝາກໄມ້ ໂດຍສະເພາະໝາກມັງກອນຈາກຫວຽດນາມ ເຮັດໃຫ້ທາງການຈີນຕ້ອງສັ່ງປິດຊຸບເປີມາເກັດທີ່ຂາຍໝາກໄມ້ດັ່ງກ່າວ ແລະ ໃຊ້ມາດຕະການຄວບຄຸມພະຍາດທີ່ເຂັ້ມງວດຂຶ້ນ ເຊັ່ນສັ່ງກັກຕົວປະຊາຊົນ 1.000 ກວ່າຄົນທີ່ມີປະຫວັດໃກ້ຊິດກັບໝາກໄມ້ຈຳນວນທີ່ພົບເຊື້ອໂຄວິດ. ຂະນະດຽວກັນ ຖ້າໃຜມີປະຫວັດໄປຊຸບເປີມາເກັດເຫລົ່ານີ້ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ເພື່ອຮັບການກວດໂຄວິດ-19 ນຳອີກ.

ສື່ຮົງກົງລາຍງານອ້າງຊາວຈີນຄົນໜຶ່ງທີ່ເດີນທາງໄປກວດໂຄວິດ ຫລັງມີປະຫວັດໄປຊື້ສະຕໍເບີຣີຢູ່ຊຸບເປີມາເກັດວ່າ: ນາງຮູ້ສຶກຢ້ານຂຶ້ນມາທັນທີ ແລະ ຈະບໍ່ຂໍຊື້ໝາກໄມ້ຫຍັງໃນຊ່ວງນີ້.

ເຖິງວ່າຜ່ານມາ ອົງການອະນາໄມໂລກຈະລະບຸວ່າ: ມະນຸດອາດຕິດໂຄວິດຈາກການສຳຜັດພື້ນຜິວທີ່ປົນເປື້ອນເຊື້ອໂຄວິດ-19, ແຕ່ເນັ້ນວ່າຈົນຮອດຕອນນີ້ຍັງບໍ່ມີຫລັກຖານທີ່ແນ່ນອນເຖິງການຕິດເຊື້ອໂຄວິດຈາກອາຫານ ແລະ ບັນຈຸພັນທີ່ໃສ່ອາຫານ. ເຖິງຢ່າງໃດກໍຕາມ, ມາດຕະການທີ່ເຂັ້ມງວດຂອງຈີນສົ່ງຜົນກະທົບໂດຍກົງຕໍ່ຕະຫລາດໝາກໄມ້ນຳເຂົ້າ ໂດຍເຮັດໃຫ້ລາຄາໝາກໄມ້ຈາກປະເທດຕົ້ນທາງຕົກຕໍ່າ ເພາະມາດຕະການທີ່ເຂັ້ມງວດ, ຄວາມຕ້ອງການຜູ້ບໍລິໂພກທີ່ຫລຸດລົງ ໄປຈົນເຖິງການໂຈະນຳເຂົ້າຂອງຈີນ.

ໂດຍກ່ອນໜ້ານີ້ ຫວຽດນາມເຄີຍຖືກຈີນໂຈະການນຳເຂົ້າໝາກມັງກອນ ຫລັງກວດພົບເຊື້ອໂຄວິດໃນໝາກໄມ້ ເຊັ່ນດຽວກັບໃນຕົ້ນປີ 2021 ທີ່ຈີນກວດພົບເຊື້ອໂຄວິດຈາກເຊີຣີນຳເຂົ້າ ຈົນເຮັດໃຫ້ລາຄາເຊີຣີຢູ່ປະເທດຈີນຕົກລົງຢ່າງວ່ອງໄວໃນຕອນນັ້ນ.

ປັດຈຸບັນຈີນເດີນໜ້າມາດຕະການໂຄວິດເປັນສູນຢ່າງເຂັ້ມງວດ ຫລັງໂລກຜະເຊີນການລະບາດຂອງໂຄວິດ-19 ສາຍພັນເດວຕາ ແລະ ໂອມິຄຣອນ ເຊິ່ງຫລາຍຝ່າຍສະແດງຄວາມກັງວົນວ່າ: ໄວຣັສໂຄວິດສາຍພັນໂອມິຄຣອນ ອາດເຮັດໃຫ້ປະສິດທິພາບວັກຊີນປ້ອງກັນໂຄວິດຫລຸດລົງຈົນບໍ່ສາມາດຕ້ານເຊື້ອໄດ້. ນອກຈາກນີ້ ລັດຖະບານຈີນຍັງກັງວົນວ່າ: ການລະບາດຂອງໂຄວິດ-19 ອາດສົ່ງຜົນກະທົບຕໍ່ການຈັດແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈີນເປັນເຈົ້າພາບ ເຊິ່ງຈະເລີ່ມຕົ້ນຢ່າງເປັນທາງການໃນເດືອນກຸມພານີ້.

ອ້າງອີງ:

https://news.abs-cbn.com/…/coronavirus-traces-found-on…

https://www.scmp.com/…/coronavirus-traces-vietnamese…

ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ - 4 - ຈີນເຂັ້ມງວດໝາກມັງກອນຫວຽດນາມ-ລຳໄຍໄທ ຫລັງພົບເຊື້ອໂຄວິດ-19 ໃນໝາກໄມ້ ສັ່ງປິດຮ້ານ-ກັກຕົວແລ້ວ 1.000 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!