ຫວຽດນາມ ອະນຸຍາດໃຫ້ 3 ບໍລິສັດຜະລິດຢາຕ້ານໂຄວິດ-19


ໜັງສືພິມ Tien Phong ຂອງຫວຽດນາມລາຍງານວ່າ: ວັນທີ 6 ມັງກອນນີ້, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອອກໃບອະນຸຍາດໃຫ້ບໍລິສັດການຢາ 3 ບໍລິສັດຜະລິດຢາຕ້ານເຊື້ອພະຍາດໂຄວິດ-19 ຕາມສູດຢາ ໂມລນູພິຣາເວຍ ພາຍຫລັງ ລັດຖະບານ ໄດ້ຮັບຈາກບໍລິສັດ Merck & Co ໂດຍສະເພາະ ບໍລິສັດ Boston Pharma, Stellaແລະ Mekophar. ຂະນະທີ່ອີກ 6 ບໍລິສັດຈະຕ້ອງຍື່ນເອກະສານ ຕື່ມອີກ ເພື່ອຜະລິດຢາຕ້ານໂຄວິດ-19. ສຳລັບຢາດັ່ງກ່າວ ຊ່ວຍຫລຸດຜ່ອນຈຳນວນເຊື້ອພະຍາດ ແລະ ຫລຸດຜ່ອນອັດຕາການເກີດອາການຮຸນແຮງລວມທັງບໍ່ເຮັດໃຫ້ເກີດການເສຍຊີວິດຈາກໂຄວິດ-19 ຫລັງໄດ້ຮັບຢາດັ່ງກ່າວ.
ຫວຽດນາມ ເປັນໜຶ່ງປະເທດ ໃນອາຊຽນ ທີ່ໄດ້ຮັບສູດຜະລິດຢາປິ່ນປົວໂຄວິດ-19 ໂດຍບໍ່ຕ້ອງເສຍຄ່າ ທຳນຽມສິດທິບັດ ໃຫ້ແກ່ບໍລິສັດ Merck ຕາມໂຄງການທີ່ບໍລິສັດລົງນາມຂໍ້ຕົກລົງກັບອົງການສິດທິບັດຢາຮ່ວມ ເພື່ອໃຫ້ 105 ປະເທດທົ່ວໂລກໂດຍສະເພາະກຸ່ມປະເທດທຸກຍາກ ສາມາດເຂົ້າເຖິງຢາດັ່ງກ່າວ. ສຳ ລັບປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບສິດທິບັດຜະລິດຢານີ້ ມີລາວ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຟີລິບປິນ ແລະ ຫວຽດນາມ.