ໂຄວິດ-19 ເຮົາຕ້ອງຢູ່ກັບມັນ ແຕ່ເດັດຂາດຢ່າໃຫ້ມັນຢູ່ກັບເຮົາ


ໂດຍ: ທິດກໍ່າ
ສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາຍັງຄົງໜ້າເປັນຫ່ວງ ເພາະໃນແຕ່ລະວັນມີຄົນຕິດເຊື້ອສູງເຖິງ 1 ພັນກວ່າຄົນ ແລະ ມີບາງວັນກໍຫລຸດລົງຕໍ່າສຸດ 5 ຫາ 6 ຮ້ອຍຫຍັບຂຶ້ນຫຍັບລົງ ແລະ ດືບຂຶ້ນມາຢູ່ຫົວພັນຄົນເກືອບວ່າປົກກະຕິ. ອີກຊ້ຳບໍ່ໜຳ ພັດມີສາຍພັນໃໝ່ເກີດຂຶ້ນມາຕິກໆເຊັ່ນ: ປັດຈຸບັນແມ່ນສາຍພັນໂອມິຄຣອນ ເຊິ່ງຫລ້າສຸດຢູ່ລາວເຮົາໄດ້ກວດພົບສາຍພັນນີ້ແລ້ວຈຳນວນ 2 ຄົນໃນວັນທີ 6 ມັງກອນ 2022 ຈາກຄົນຕ່າງປະເທດທີ່ໄດ້ນຳເຂົ້າມາໃນວັນທີ 2 ມັງກອນ 2022 ເຊິ່ງຜູ້ຕິດເຊື້ອດັ່ງກ່າວໄດ້ຜ່ານຫລາຍປະເທດ ແລະ ປາຍທາງສຸດແມ່ນຜ່ານມາເລເຊຍຈຶ່ງມາຮອດລາວເຮົາ.
ແຕ່ແນວໃດກໍຕາມ, ອີງໃສ່ສະພາບການແພ່ລະບາດທີ່ໄດ້ກ່າວມານັ້ນ, ພັກ ແລະ ລັດຖະບານເຮົາກໍມີມາດຕະການປ້ອງກັນສະກັດກັ້ນ ແລະ ແກ້ໄຂຢ່າງເລັ່ງດ່ວນຫລາຍວິທີ ເຊິ່ງກ່ອນອື່ນໝົດແມ່ນໃຫ້ປະຊາຊົນທຸກຄົນໄດ້ເຂົ້າເຖິງການສັກວັກຊີນໃຫ້ຄົບຖ້ວນ ໂດຍວາງຄາດໝາຍໝົດປີ 2021 ໃຫ້ໄດ້ເດີນ 50% ຂອງຈຳນວນພົນລະເມືອງໃນທົ່ວປະເທດ, ແຕ່ມາຮອດປັດຈຸບັນແມ່ນໄດ້ເກືອບ 70% ຂອງພົນລະເມືອງໃນທົ່ວປະເທດແລ້ວ. ນອກນັ້ນກໍຍັງປຸກລະດົມກັນໃຫ້ສືບຕໍ່ໄປສັກເຂັມສາມໃຫ້ໄດ້ຕາມຄາດໝາຍທີ່ຄາດກະເອົາໄວ້. ນີ້ຄືມາດຕະການຕົ້ນຕໍເພື່ອຫລີກລ່ຽງການຕິດເຊື້ອ ແລະ ການເສຍຊີວິດໃນແຕ່ລະວັນ.
ນອກຈາກມາດຕະການທີ່ກ່າວມານີ້ແລ້ວ, ຍັງມີມາດຕະການອື່ນໆທີ່ທາງຄະນະສະເພາະກິດໄດ້ວາງອອກແຕ່ລະໄລຍະ ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂການແພ່ລະບາດພະຍາດນີ້ແຕ່ລະໄລຍະ. ຈາກສະຖິຕິໃນວັນທີ 10 ມັງກອນ 2022 ຜ່ານມາ ລາວເຮົາມີຜູ້ຕິດເຊື້ອທັງໝົດ 641 ຄົນ ແລະ ມີຜູ້ເສຍຊີວິດໃນມື້ດຽວເຖິງ 11 ຄົນ ມາຮອດປັດຈຸບັນລວມມີຜູ້ຕິດເຊື້ອສະສົມ119.521 ຄົນ ແລະ ເສຍຊີວິດສະສົມ 448 ຄົນ.
ແນວໃດກໍດີ, ດັ່ງພວກເຮົາຮູ້ນຳກັນວ່າເຊື້ອພະຍາດໂຄວິດ-19 ອາດຈະຍັງຢູ່ນຳພວກເຮົາອີກຕໍ່ໄປ ແລະ ຍັງບໍ່ທັນຮູ້ວ່າອີກດົນປານໃດມັນຈຶ່ງຈະໜີຈາກພວກເຮົາໄປ, ຊ້ຳບໍ່ໜຳ ມັນຍັງກາຍພັນເປັນສາຍພັນໃໝ່ໄປເລື້ອຍໆ. ເພາະສະນັ້ນ ພວກເຮົາຕ້ອງຢູ່ກັບມັນ ແລະ ທັງຕໍ່ສູ້ກັບມັນຢ່າໃຫ້ມັນມາຢູ່ກັບເຮົາເດັດຂາດ. ວິທີການຕ່າງໆທີ່ຈະຢູ່ກັບມັນ ແລະ ຕໍ່ສູ້ກັບມັນນັ້ນ ກ່ອນອື່ນຕ້ອງພາກັນໄປສັກວັກຊີນໃຫ້ຄົບເຂັມຕາມຫລັກການຂອງແພດໝໍ. ນອກນັ້ນ ກໍມີສະຕິໄປໃສມາໃສໃຫ້ໃຊ້ຄວາມຫ່າງ, ໝັ່ນລ້າງມື, ໃຊ້ຜ້າປິດປາກ-ດັງ. ປະຕິບັດສໍ່ານີ້ໄດ້ກໍຖືວ່າເຮົາຈະຢູ່ລອດປອດໄພຈາກໂຄວິດ-19.