ຈັບຜູ້ຄ້າຂາຍຢາເສບຕິດພ້ອມຂອງກາງ ຢາບ້າ 18.000 ເມັດ ແລະ ປືນສັ້ນ 1 ກະບອກ


ແຫລ່ງຂ່າວ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ລາຍງານວ່າ:ວັນທີ 29 ທັນວາ 2021, ເຈົ້າໜ້າທີ່ ຕໍາຫຼວດໜ່ວຍສະເພາະກິດ ປະຈໍາຈຸດກວດກາ ຫຼັກທີ 24 ເສັ້ນທາງເມືອງໄຊ-ເມືອງນາໝໍ້ ໄດ້ລັດລົດເກັງ CAMRY ສີຂາວ ໝາຍເລກທະບຽນ ນຮ 8858 ກໍາແພງນະຄອນ ທີ່ຂັບມາແຕ່ທາງເມືອງໄຊ ຂໍກວດເອ ກະສານລົດ, ແຕ່ຜູ້ຂັບຂີ່ມີພິລຸດສົງໄສ ຈຶ່ງຂໍອະນຸຍາດກວດຄົ້ນລົດ ຊຶ່ງກໍພົບເຫັນຢາບ້າ 9 ມັດ ເທົ່າກັບ 18.000 ເມັດ ເຊື່ອງໄວ້ຢູ່ຝາກະໂປງຫຼັງ ພ້ອມປືນສັ້ນ 1 ກະບອກ ແລະ ລູກປືນ 2 ລູກ.
ຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພົບວ່າ: ຜູ້ຖືກຫາຊື່ທ້າວ ເຍ່ຍຢ່າງ ອາຍຸ 26 ປີຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ທ້າວ ຝົງວື່ ອາຍຸ 21 ປີ ຢູ່ບ້ານຊົ່ງຈາເມືອງນ້ຳບາກ ແຂວງຫຼວງພະບາງ ແລະ ທັງສອງຮັບສາລະພາບວ່າ: ຢາບ້າ 18.000 ເມັດແມ່ນຂອງພວກຕົນແທ້ ແລະ ໄດ້ຊື້ນຳຄົນຮູ້ຈັກ ເພື່ອຈະເອົາໄປຂາຍ, ແຕ່ມາຖືກເຈົ້າໜ້າທີ່ ກວດພົບເຫັນ ແລະ ຈັບກ່ອນ. ສ່ວນປືນສັ້ນ ຍີ່ຫໍ້ COLT MK IV 1 ກະບອກ ພ້ອມລູກປືນ 2 ລູກນັ້ນ, ທ້າວ ເຍ່ຍຢ່າງ ໃຫ້ການວ່າ ໄດ້ຊື້ທາງອອນລາຍ ນໍາຄົນບໍ່ຮູ້ຊື່ ແລະ ບໍ່ໃບອະນຸຍາດນໍາໃຊ້ປືນດັ່ງກ່າວ.
ປັດຈຸບັນ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ພວມສືບຕໍ່ສອບສວນຂະຫຍາຍຜົນ ເພື່ອຈັບຜູ້ມີສ່ວນຮ່ວມຊື້ຂາຍຢານຳກັນມາດໍາເນີນຄະດີຕາມກົດໝາຍ.