ສານເຄມີໃນດິນ – ໄພຂົ່ມຂູ່ຕໍ່ການຜະລິດໄລຍະຍາວ

ສານເຄມີໃນດິນ - ໄພຂົ່ມຂູ່ຕໍ່ການຜະລິດທີ່ຍືນຍົງ - social media - ສານເຄມີໃນດິນ – ໄພຂົ່ມຂູ່ຕໍ່ການຜະລິດໄລຍະຍາວ
ສານເຄມີໃນດິນ - ໄພຂົ່ມຂູ່ຕໍ່ການຜະລິດທີ່ຍືນຍົງ - kitchen vibe - ສານເຄມີໃນດິນ – ໄພຂົ່ມຂູ່ຕໍ່ການຜະລິດໄລຍະຍາວ

ໂດຍ: ມຶກບໍ່ແຫ້ງ

ບັນຫາການປົນເປື້ອນຂອງສານເຄມີໃນດິນ ກາຍເປັນສິ່ງທ້າທາຍໜຶ່ງຂອງຄວາມດຸ່ນດ່ຽງລະຫວ່າງ ຄວາມຍືນຍົງ ຫຼື ເສດຖະກິດ.

ສານເຄມີໃນດິນ - ໄພຂົ່ມຂູ່ຕໍ່ການຜະລິດທີ່ຍືນຍົງ - Visit Laos Visit SALANA BOUTIQUE HOTEL - ສານເຄມີໃນດິນ – ໄພຂົ່ມຂູ່ຕໍ່ການຜະລິດໄລຍະຍາວ

ການພັດທະນາກະສິກຳເພື່ອການສົ່ງອອກແມ່ນກຳລັງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເມື່ອປີຜ່ານມາ ສປປລາວ ມີລາຍຮັບຈາກການສົ່ງອອກຜະລິດກະສິກຳ 900 ລ້ານໂດລາ ເຊິ່ງໃນນັ້ນ ສ້າງລາຍຮັບຫຼາຍກວ່າໝູ່ແມ່ນ ໝາກກ້ວຍ, ຢາງພາລາ, ມັນຕົ້ນ, ອ້ອຍ ເຊິ່ງຖືວ່າຫລາຍສົມຄວນ ແລະ ແລ້ວກໍເຫັນວ່າ ມີທ່າອ່ຽງການຂະຫຍາຍຕົວສູງຂຶ້ນໂດຍສະເພາະພາຍຫລັງລັດຖະບານ ສປປລາວ ແລະ ສປ ຈີນເຊັນສັນຍາ ການສົ່ງອອກຜົນຜະລິດກະສິກຳຈາກ ສປປລາວ ໄປຍັງ ສປປລາວ ຈີນ ແຕ່ນີ້ ຮອດປີ 2025 ທີ່ມີມູນຄ່າມະຫາສານ.

ໃນປັດຈຸບັນ ພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງລົດໄຟ-ລາວຈີນ ທີ່ໄດ້ເປີດນຳໃຊ້ ຍິ່ງສ້າງເງື່ອນໄຂສະດວກກວ່າເວລາອື່ນໃດ ທີ່ຈະຊຸກຍູ້ການຜະລິດກະສິກຳຂອງ ສປປລາວ ໃຫ້ຂະຫຍາຍຕົວ ແລະສ້າງລາຍຮັບໃຫ້ປະຊາຊົນ ແລະປະເທດຊາດ, ສ້າງວຽກເຮັດງານທຳໄດ້ຫຼາຍກວ່າເກົ່າ, ສ້າງມູນຄ່າຂອງຂະແໜງກະສິກຳ ອັນເປັນຂະແໜງການທີ່ປະຊາຊົນເຮົາຢືດຖືເປັນອາຊີບຫລາຍທີ່ສຸດ.

ການຜະລິດເພື່ອສົ່ງອອກແມ່ນຕ້ອງການ ກຳລັງການຜະລິດທີ່ເຫັນຜົນໄວ, ການຜະລິດປະມານຫຼາຍປູກໜ້ອຍໃຫ້ໄດ້ຫຼາຍເພື່ອຈະເຮັດໃຫ້ໄດ້ເຊັ່ນນັ້ນຈຶ່ງເກີດມີຊ່ອງວ່າງໃນການ ນຳໃຊ້ສານເຄມີທີ່ຊ່ວຍໃຫ້ຄວາມຕ້ອງການນີ້ເກີດຜົນໄວເປັນຕົ້ນຢາຂ້າຫຍ້າ, ຢາປາບສັດຕູພືດ, ປຸ໋ຍເຄມີ ທີ່ສາມາດປົນເປື້ອນໃນດິນກະສິກຳພວກເຮົາ ເຮັດໃຫ້ບໍ່ສາມາດຜະລິດໄດ້ໃນໄລຍະຍາວ.

ເຖິງວ່າໃນປັດຈຸບັນ ໂດຍທົ່ວໄປແລ້ວຄຸນນະພາບດິນກະສິກຳຂອງ ສປປລາວຍັງຢູ່ໃນລະດັບດີ ແຕ່ຜ່ານມາພວກເຮົາ ກໍເລີ່ມເຫັນຜົນກະທົບດ້ານລົບຈາກການນຳໃຊ້ສານເຄມີ ໃນສວນກ້ວຍ, ອ້ອຍ ແລະ ອື່ນໆ ເຊິ່ງກໍລ້ວນແລ້ວແຕ່ ເປັນພືດທີ່ສ້າງລາຍຮັບຫຼາຍກວ່າໝູ່ດັ່ງທີ່ໄດ້ກ່າວມານັ້ນ ທີ່ມີການນຳໃຊ້ສານເຄມີສູງ.

ໃນບົດລາຍງານສະພາບສິ່ງແວດລ້ອມແຫ່ງຊາດ 5 ປີ 2016-2020 ທີ່ຫາກໍເຜີຍແຜ່ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນັ້ນໄດ້ຊີ້ໃຫ້ເຫັນວ່າ ບັນຫາປົນເປື້ອນຂອງສານເຄມີໃນດິນ ເປັນບັນຫາສຳຄັນໜຶ່ງ ເຊິ່ງໃນບົດລາຍງານນັ້ນ ກໍໄດ້ຊີ້ໃຫ້ເຫັນວ່າ “ຍ້ອນການຂະຫຍາຍເນື້ອທີ່ການຜະລິດກະສິກຳເພີ່ມຂຶ້ນ, ໂຄງສ້າງ ແລະ ຄຸນນະພາບຂອງດິນເສື່ອມໂຊມລົງ ເຊັ່ນ: ສານອາຫານໃນດິນຫລຸດລົງ, ການເສື່ອມໂຊມຂອງດິນດ້ານເຄມີ ແລະ ຊີວະ ເຊັ່ນ: ດິນເຄັມ ແລະການເຊາະເຈື່ອນຂອງດິນ ເຮັດໃຫ້ຜົນຜະລິດທາງດ້ານກະສິກຳຕົກຕໍ່າ, ເຮັດໃຫ້ການຄໍ້າປະກັນດ້ານສະບຽງອາຫານຫລຸດລົງ, ປະຊາຊົນບໍ່ສາມາດນຳໃຊ້ເນື້ອທີ່ດິນ ໃນການຜະລິດກະສິກຳໄດ້ຢ່າງເຕັມທີ່”.

ແລະໃນບົດລາຍງານນີ້ໄດ້ຍົກຕົວຢ່າງການນຳໃຊ້ສານເຄມີຢູ່ສວນກ້ວຍ ເຊິ່ງສະເລ່ຍແມ່ນ 33,5 ລິດຕໍ່ເຮັກຕາ ແລະທົ່ວປະເທດແມ່ນມີປະມານ 62.060 ລິດ ເຊິ່ງຖືວ່າເປັນການຜະລິດທີ່ນຳໃຊ້ສານເຄມີສູງສົມຄວນ.

ຖ້າຂາດການຄຸ້ມຄອງ ແລະການນຳໃຊ້ທີ່ດີ ກໍຈະສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດ ທາງບົກ ແລະນໍ້າ, ມີຄວາມສ່ຽງຕໍ່ສຸຂະພາບຂອງຄົນ ຈາກການບໍລິໂພກ ພືດຜັກ ທີ່ມີສານຕົກລົງ.

ໃນບົດລາຍງານສະພາບສິ່ງແວດລ້ອມແຫ່ງຊາດນັ້ນ ກໍໄດ້ສະເໜີວິທີແກ້ໄຂ ໂດຍເນັ້ນໜັກໃສ່ການຈັດຕັ້ງປະຕິບັດ ກົດລະບຽບທີ່ກ່ຽວຂ້ອງຢ່າງເຂັ້ມງວດ ຄຽງຄູ່ກັບ ການປະສານສົມທົບລະຫວ່າງພາກສ່ວນທີ່ກ່ຽວຂ້ອງຂອງລັດເພື່ອສາມາດແລກປ່ຽນຂໍ້ມູນຂ່າວ-ສານຢ່າງເປັນປະຈຳ.

ນອກນັ້ນ, ວຽກງານຕິດຕາມກວດກາແມ່ນມີຄວາມສຳຄັນ ຍິ່ງໂດຍສະເພາະດ່ານສາກົນ, ດ່ານປະເພນີ, ຮ້ານຄ້າ ຕ່າງໆ ແລະຕ້ອງປາບປາມ ການລັກລອບການນໍາເຂົ້າແບບຜິດກົດໝາຍຢ່າງເດັດຂາດ. ເຜີຍແຜ່ ແລະໃຫ້ຄວາມຮູ້ກ່ຽວກັບບັນຫາດັ່ງກ່າວຜ່ານຫລາຍຊ່ອງທາງ ບໍ່ວ່າຈະເປັນສື່ສັງຄົມ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ອື່ນໆ.

ທັງໝົດນີ້ ກໍເພື່ອຮັບປະກັນວ່າ ໃນຂະນະທີ່ພວກເຮົາເລັ່ງການຜະລິດໃຫ້ສູງຂຶ້ນແຕ່ຮັບປະກັນໄດ້ຄວາມອຸດົມສົມບູນຂອງດິນ ກໍຄືສະພາບແວດລ້ອມທີ່ຍືນຍົງ.

ສານເຄມີໃນດິນ - ໄພຂົ່ມຂູ່ຕໍ່ການຜະລິດທີ່ຍືນຍົງ - 5 - ສານເຄມີໃນດິນ – ໄພຂົ່ມຂູ່ຕໍ່ການຜະລິດໄລຍະຍາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!