ປີ 2021 ສປປ ລາວ ມີຜູ້ຕິດເຊື້ອເອດ 818 ຄົນ


ອີງຕາມຂໍ້ມູນຈາກສະມາຄົມເຄື່ອຂ່າຍຜູ້ຕິດເຊື້ອ HIV/AIDS ແລະ ສູນຕ້ານເອດ ແລະ ພຕພ, ທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາລະນະສຸກ ໄດ້ສະເໜີຕໍ່ກອງປະຊຸມປະຈຳປີ 2021 ທີ່ຈັດຂຶ້ນຢູ່ທ່າລາດ ແຂວງວຽງຈັນເມື່ອບໍ່ດົນມານີ້ ຊີ້ໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີ 2021 ຜ່ານມາ, ສປປ ລາວ ມີຜູ້ຕິດເຊື້ອພະຍາດເອດ ຫລື HIV/AIDS ທັງໝົດ 818 ຄົນ, ໃນນີ້ເພດຊາຍ 558 ຄົນ, ຍິງ 260 ຄົນ ແລະ ມີຜູ້ເສຍຊີວິດ 182 ຄົນ ທຽບໃສ່ປີ 2020 ຜູ້ຕິດເຊື້ອຫລຸດລົງ 761 ຄົນ ແລະ ຜູ້ເສຍຊີວິດຫລຸດລົງ 160 ຄົນ. ອັດຕາສ່ວນການຕິດເຊື້ອເມື່ອແຍກຕາມກຸ່ມປະຊາກອນ ເຫັນວ່າກຸ່ມປະຊາກອນທົ່ວໄປຕິດເຊື້ອເຖິງ 49%, ຖັດມາແມ່ນ ກຸ່ມມີເພດສຳພັນກັບຊາຍ (ຊພຊ) 34%, ແມ່ຍິງຖືພາ 6%, ວັນນະໂລກ 4%, ກະເທີຍ 3%, ສາວບໍລິການ 2% ແລະ ຄູ່ສົມລົດ 1%.
ພ້ອມນີ້ ກໍຍັງມີບັນຫາ ແລະ ສິ່ງທ້າທາຍຫລາຍດ້ານເປັນຕົ້ນ ຜູ້ຕິດເຊື້ອສ່ວນຫລາຍ ຍັງບໍ່ເປີດເຜີຍກັບຄອບຄົວ ແລະ ຊຸມຊົນ; ຈໍານວນຜູ້ຕິດເຊື້ອທີ່ເຂົ້າຮ່ວມກຸ່ມຍັງມີໜ້ອຍຖ້າທຽບໃສ່ຈໍານວນຜູ້ຕິດເຊື້ອເຮສໄອວີທີ່ຍັງມີຊີວິດ; ຜູ້ຕິດເຊື້ອເຮສໄອວີ ຍັງມີໜ້ອຍທີ່ເຂົ້າຮ່ວມເຄື່ອນໄຫວໃນວຽກງານໂຄສະນາຕ້ານເອດຢູ່ແຕ່ລະແຂວງ; ລະບົບການຊ່ວຍເຫລືອຄົນທຸກຍາກ, ເດັກກໍາພ້າ ຍ້ອນພະຍາດເອດຍັງມີທຶນໜ້ອຍ ແລະ ບໍ່ທົ່ວເຖິງ; ການເກັບກໍາຂໍ້ມູນຜູ້ຕີດເຊື້ອທີ່ທຸກຍາກ ເພື່ອແບ່ງຂັ້ນໃຫ້ການຊ່ວຍເຫລືອ ຍັງບໍ່ເປັນລະບົບ ແລະ ກະແຈກກະຈາຍ; ສະຖານທີ່ບໍລິການສາທາລະນະສຸກຍັງພົບການຈໍາແນກ ແລະ ລັງກຽດຜູ້ຕິດເຊື້ອ ແລະ ຜູ້ຕິດເຊື້ອຈໍານວນໜຶ່ງຍັງຈໍາແນກ ແລະ ລັງກຽດກັນເອງ (ຜົນການສໍາຫລວດປີ 2017= 32%) ແລະ ການຈໍາແນກ ແລະ ລັງກຽດໃນຊຸມຊົນ, ການຮັບຮູ້ກົດໝາຍ ແລະ ນະໂຍບາຍກ່ຽວກັບເຮສໄອວີ ພະຍາດເອດ ແລະ ພຕພ ຂອງຜູ້ຕິດເຊື້ອຍັງບໍ່ຫລາຍ.