ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ

ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ - IMG 0084 1024x708 1 - ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ
ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ - kitchen vibe - ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ

ວັນທີ 19 ມັງກອນ 2022 ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເຊັນສັນຍາຮ່ວມມືແລກປ່ຽນທາງດ້ານວິຊາການພັດທະນາຫຼັກສູດການຮຽນ-ການສອນ,ການຝຶກອົບຮົມ, ການສ້າງຫຼັກສູດປະລິນຍາໂທ, ການຄົ້ນຄວ້າວິທະຍາສາດດ້ານການເງິນ-ການບັນຊີ ແລະ ຮ່ວມມືກັນດ້ານວິຊາການອື່ນໆລະຫວ່າງສະຖາບັນການເງິນ-ການບັນຊີ ກະຊວງການເງິນກັບຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.

ໂດຍການເຊັນລົງນາມຂອງທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ກະຊວງການເງິນ ແລະ ທ່ານ ຮສ.ປອ. ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ມີຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຮອງຄະນະບໍດີ, ຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ ແລະ ຕາງໜ້າ 3 ອົງການຈັດຕັ້ງຂອງທັງສອງຝ່າຍເຂົ້າຮ່ວມ.

ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ - Visit Laos Visit SALANA BOUTIQUE HOTEL - ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ

ການເຊັນສັນຍາລົງນາມການຮ່ວມມືດັ່ງກ່າວ, ເປັນການຍົກລະດັບຄຸນນະພາບຂອງຄູອາຈານ-ນັກສຶກສາ ແລະ ພັດ ທະນາຄຸນນະພາບດ້ານວິຊາຊີບໃຫ້ເປັນທີ່ຍອມຮັບທັງເປັນການໃນການແລກປ່ຽນທາງດ້ານວິຊາການ, ຍົກລະດັບການຮຽນ-ການສອນ, ຈັດການສໍາມະນາວິຊາການ ແລະ ການຈັດການຝຶກອົບຮົມອາຈານສອນ, ເພື່ອເພີ່ມທັກສະໃນການສິດສອນ; ຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນ, ປັບປຸງທິດສະດີການຮຽນ-ການສອນໃຫ້ສອດຄ່ອງກັບມາດຖານການສຶກສາແບບໃໝ່ ແລະ ແທດເໝາະກັບພາກປະຕິບັດຕົວຈິງໃນສາຂາວິຊາການທີກ່ຽວຂ້ອງ, ແລກປ່ຽນເປັນອາຈານທີ່ປຶກສາຮ່ວມກັນ ຫຼື ຄະນະກຳມະການປ້ອງກັນບົດສຳລັບນັກສຶກສາປີສຸດທ້າຍທີ່ຂຽນບົດໂຄງການຈົບຊັ້ນປະລິນຍາຕີ ແລະ ບົດວິທະຍານິພົນສຳລັບປະລິນຍາໂທໃຫ້ມີຄຸນນະພາບທຽບເທົ່າສາກົນ ແລະ ແລກປ່ຽນດ້ານການຄົ້ນຄວ້າວິໄຈ, ສະໜອງຂໍ້ມູນ, ຕໍາລາຄົ້ນຄວ້າວິໄຈຕ່າງໆທີ່ຈໍາເປັນຕໍ່ການພັດທະນາໂຄງການເຮັດບົດຄົ້ນຄວ້າວິໄຈ ແລະ ມີການຈັດກອງປະຊຸມຮ່ວມກັນເພື່ອຄັດເລືອກບົດຄົ້ນຄວ້າວິໄຈແລກປ່ຽນອາຈານທີ່ປຶກສາ ເພື່ອຊ່ວຍຕິດຕາມ ແລະ ກວດແກ້ບົດ ເພື່ອຍົກລະດັບບົດຄົ້ນຄວ້າວິໄຈໃຫ້ມີຄຸນນະພາບດີຂຶ້ນ.

ພ້ອມທັງຮ່ວມມືກັນໃນການສ້າງຫຼັກສູດຝຶກອົບຮົມຢູ່ສະຖາບັນການເງິນ-ການບັນຊີ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດພະນັກງານຂະແໜງການເງິນ ແລະ ບັນດາລັດວິສາຫະກິດໃນສາຂາວິຊາທີ່ຕິດພັນກັບວາລະແຫ່ງຊາດ ແລະ ບັນຫາເລັ່ງດ່ວນທີ່ຕ້ອງການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ–ງົບປະມານ; ສ້າງຫຼັກສູດປະລິນຍາໂທຮ່ວມກັນທີ່ເປັນໂຄງການຮ່ວມມືລະຫວ່າງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ສະຖາບັນການເງິນ-ການບັນຊີ, ໂດຍຈັດຕັ້ງປະຕິບັດຫຼັກສູດຕາມປະສົບການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ; ໂດຍຈະສ້າງຫຼັກສູດອີງໃສ່ຍຸດທະສາດ ແລະ ຄວາມຕ້ອງການຂອງຂະ ແໜງການເງິນໃນສາຂາທີ່ລົງເລິກດ້ານການເງິນ-ການບັນຊີ; ແລກປ່ຽນທາງດ້ານອາຈານສິດສອນ ໂດຍຈະນໍາໃຊ້ອາຈານທັງສອງສະຖາບັນ,ພ້ອມທັງຊ່ວຍເຫຼືອໃນການສະໜອງແບບຮຽນ ຫຼື ສື່ການຮຽນຮູ້ຕ່າງໆທີ່ຈໍາເປັນຕໍ່ການຮຽນການສອນ ຫຼັກສູດປະລິນຍາໂທດັ່ງກ່າວ.

ຄຽງຄູ່ກັນນີ້, ການຮ່ວມມືດັ່ງກ່າວແມ່ນເປັນການປະຕິບັດຕາມຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ຊຶ່ງຄະນະພັກຄະນະນໍາກະຊວງການເງິນກໍຄະນະນໍາສະຖາບັນການເງິນ-ການບັນຊີ ມີຄວາມຄາດຫວັງເຖິງຜົນໄດ້ຮັບຂອງການຮ່ວມມືຂອງທັງສອງຝ່າຍໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິພາບຕາມທີ່ຄາດໝາຍໄວ້.

ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ - 5 - ສະຖາບັນການເງິນ-ການບັນຊີຮ່ວມມືດ້ານວິຊາການ ກັບຄະນະເສດຖະສາດພັດທະນາການຮຽນ-ການສອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!