ຕັດຕ່ອງໂສ້ການລະບາດໂຄວິດ-19 ໄດ້ໄວເທົ່າໃດຈະໄດ້ກັບມາໃຊ້ຊີວິດປົກກະຕິໄດ້ໄວເທົ່ານັ້ນ
January 22, 2022 - 11:31 AM


ນີ້ຄືມາດຕະການສໍາຄັນສໍາລັບປີ 2022, ຂະນະທີ່ກະຊວງສາທາລະນະສຸກ ກຳນົດຍຸດທະສາດການສັກວັກຊີນທັງເຂັມ 1, 2 ແລະ ເຂັມກະຕຸ້ນໃຫ້ໄດ້ກວ່າ 87%.
ດັ່ງນັ້ນ ຈຶ່ງຂໍເຊີນປະຊາຊົນ 3 ເປົ້າໝາຍຕົ້ນຕໍຄື ຜູ້ອາຍຸສູງ, ຜູ້ມີພະຍາດຊໍາເຮື້ອ ແລະ ປະຊາກອນກຸ່ມອາຍຸ 12-17 ປີໃຫ້ໄປສັກວັກຊິນກັນພະຍາດໂຄວິດ-19 ຢູ່ໂຮງໝໍແຫ່ງຕ່າງໆໃກ້ບ້ານ. ຂະນະທີ່ຜູ້ບໍ່ທັນສັກເຂັມ 1 ຫລື ສືບຕໍ່ສັກເຂັມ 2 ແລະ ເຂັມກະຕຸ້ນ ກໍໃຫ້ໄປສັກວັກຊິນໄດ້ເພື່ອສ້າງພູມຄຸ້ມກັນໃຫ້ແກ່ທ່ານເອງ, ສະມາຊິກໃນຄອບຄົວ ແລະ ຊຸມຊົນຂອງທ່ານ.
ມາຮອດປັດຈຸບັນ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
- ເຂັມ1 ໄດ້ 4,675,433 ຄົນ (ກວມເອົາ 63.72 %)
- ທຸກເຂັມທີ່ແນະນໍາ 3,918,229 ຄົນ (ກວມເອົາ 53.40 %)
- ອາຍຸ 12-17 ປີ ໄດ້ 510,176 ຄົນ (ເຂັ້ມ 1 ມີ 58.9%)