ບາຕີ ຊະນະ ຄອລລິນ 2-0 ຄວ້າແຊ໊ມອອສເຕຣລຽນ ໂອເພັນ ສ້າງປະຫວັດສາດເປັນນັກເທັນນິສເຈົ້າຖິ່ນໃນຮອບ 42 ປີ




ແອສລີ ບາຕີ ໂຊຟອມຢ່າງສຸດຍອດ ເມື່ອໄລເອົາຊະນະ ດານຽລ ຄອລລິນ 2-0 ເຊັດ ສົ່ງຜົນໃຫ້ຄວ້າແຊ໊ມ ອອສເຕຣລຽນ ໂອເພັນ 2022 ໄປຄອບຄອງຢ່າງຍິ່ງໃຫຍ່.
ວັນທີ 29 ມັງກອນ 2022, ການແຂ່ງຂັນເທັນນິສ ອອສເຕຣລຽນ ໂອເພັນ 2022 ທີ່ເມືອງ ເມລເບີນ ປະເທດອອສເຕຣເລຍ ຊິງເງິນລາງວັນລວມ 75 ລ້ານໂດລາສະຫະລັດ ປະເພດຊາຍຍິງ. ຮອບຮອງຊະນະເລີດ: ແອສລີ ບາຕີ ນັກເທັນນິສຊາວອົດສະຕຣາລີ (ນັກເທັນນິສເຈົ້າຖິ່ນ) ລົງສະໜາມພົບກັບ ດານຽລ ຄອລລິນ ຈາກສະຫະລັດ ອາເມລິກາ.
ຍ້ອນກັບໄປໃນຮອບຮອງຊະນະເລີດ ແອສລີ ບາຕີ ເອົາຊະນະ ແມດິສັນ ຄີສ 2-0 ເຊັດ ດ້ວຍຄະແນນ 6-1, 6-3, ໃນຂະນະທີ່ ດານຽລ ຄອລລິນ ສາມາດເອົາຊະນະ ອີກາ ສະເວຍເຕກ 2-0 ເຊັດ ເຊັ່ນດຽວກັນ ດ້ວຍຄະແນນ 6-4, 6-1.
ຜົນການແຂ່ງຂັນປາກົດວ່າ ແອສລີ່ ບາຕີ ໂຊຟອມໄດ້ຢ່າງໂດດເດັ່ນ ເມື່ອເອົາຊະນະ ດານຽລ ຄອລລິນ ໄປໄດ້ 2-0 ເຊັດ ດ້ວຍຄະແນນ 6-3, 7-6 (ໄທເບຣກ 7-2) ສົ່ງຜົນໃຫ້ລາວສາມາດຄວ້າແຊ້ມໄປຄອງໄດ້ສຳເລັດ. ເຊິ່ງຖືເປັນການຄວ້າແຊ້ມລາຍການນີ້ເປັນຄັ້ງທຳອິດຂອງລາວ ແລະ ເປັນເທນນິສຍິງຊາວອົສຕຣາລີຄົນທຳອິດທີ່ຄວ້າແຊ້ມ ແກຣນສະແລມ ອອສເຕຣລຽນ ໂອເພັນ ຄັ້ງທຳອິດໃນຮອບ 42 ປີ, ຖັດຈາກ ຄຣິສ ໂອນຽລ ໃນປີ 1978 ພ້ອມເງິນລາງວັນ 2,875,000 ໂດລາອົດສະຕາລີ ສ່ວນ ດານຽລ ຄອລລິນ ທີ່ຜ່ານເຂົ້າຮອບຮອງຊະນະເລີດ ໄດ້ຮັບເງິນລາງວັນ 1,575,000 ໂດລາອົດສະຕາລີ.