ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ

ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ - 0 GettyImages 1237137441 - ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ
ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ - kitchen vibe - ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ

ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ - 0 GettyImages 1237137441 - ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ

ປີແອ-ເອເມີຣິກ ໂອບາເມຢອງ ເດີນທາງມາເຖິງບາເຊໂລນາ ຮຽບຮ້ອຍ ກຽມຍ້າຍທີມແບບຢືມຕົວ ຫລັງອາເຊນອລ ອະນຸຍາດເປັນທີ່ຮຽບຮ້ອຍ ເຫລືອພຽງລາຍລະອຽດກັບທີມຍັກໃຫຍ່ກາຕາລັນຢ່າງດຽວເທົ່ານັ້ນ.

ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ - Visit Laos Visit SALANA BOUTIQUE HOTEL - ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ

ໂອບາເມຢອງ ກອງຫນ້າທີມຊາດກາບອງ ພວມຈະກາຍເປັນນັກເຕະໃຫມ່ ບາເຊໂລນາ ທີມຊື່ດັງ ລາ ລີກາ ສະເປນ ຫລັງນັກເຕະເດີນທາງມາເຖິງສະຫນາມບິນບາເຊໂລນາ ປະເທດສະເປນເພື່ອຍ້າຍມາຢູ່ທີມຍັກໃຫຍ່ກາຕາລັນ ແບບຢືມຕົວ.

ໂດຍໃນລາຍງານລະບຸວ່າ ບາເຊໂລນາ ທີ່ມີຄວາມຄືບຫນ້າທີ່ດີໃນການເຈລະຈາການຊື້ຂາຍນີ້ກັບ ອາເຊນອລ ໂດຍເຊື່ອວ່າທັງ 2 ທີມຈະບັນລຸຂໍ້ຕົກລົງຮ່ວມກັນແລ້ວ ຫລັງທີມລອນດອນເຫນືອ ຮັບຂໍ້ສະເຫນີເປັນທີ່ຮຽບຮ້ອຍ ແຕ່ຕອນນີ້ບັນຫາຫລັກໃນການເຈລະຈາກັນຄືເລື່ອງທີ່ ບາເຊໂລນາ ຈະຕ້ອງຈ່າຍເມື່ອຍເທົ່າໃດ.

ສຳລັບອະນາຄົດຂອງ ໂອບາເມຢອງ ເຕັມໄປດ້ວຍຄວາມຫນ້າກັງວົນຂາຕະຫລອດໄລຍະທີ່ຜ່ານມາ ຫລັງຈາກທີ່ລາວລະເມີດກົດດ້ານວິໄນຂອງທີມຈົນເຖິງຂັ້ນເຮັດໃຫ້ຖືກປົດອອກຈາກການເປັນຫົວຫນ້າທີມ ແລະລາວກໍບໍ່ເຄີຍໄດ້ຕິດທີມອີກເລີຍນັບແຕ່ເກມທີ່ ອາເຊນອລ ເສຍໃຫ້ ເອເວີຕັນ 1-2 ເມື່ອໄລຍະຕົ້ນເດືອນທັນວາທີ່ຜ່ານມາ.

ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ - 3 - ໂອບາເມຢອງ ບິນເຖິງສະເປນແລ້ວ ກຽມຍ້າຍມາບາເຊໂລນາ ແບບຢືມຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!