ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມເປັນ 5 ພັນກວ່າຄົນ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ


ກະຊວງສາທາລະນະສຸກໄດ້ເປີດເຜີຍໃນວັນທີ 2 ສິງຫານີ້ວ່າ: ມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກແລ້ວ 5 ພັນກວ່າຄົນ ແລະ ມີຜູ້ເສຍຊີວິດ 7 ຄົນ ຄື: ຢູ່ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ ແລະ ອັດຕະປືມີຜູ້ເສຍຊີວິດບ່ອນລະ 1 ຄົນ, ແຂວງຈຳປາສັກ 3 ຄົນ, ທຽບໃສ່ມີຜ່ານມາເຫັນວ່າມີຕົວເລກເພີ່ມຂຶ້ນ ແລະ ເຂດທີ່ມີການລະບາດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ທັນໄດ້ເປີດເຜີຍກ່ຽວກັບມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.
ແນວໃດກໍດີ, ໃນຜ່ານມາ, ທ່ານນາຍົກລັດຖະມົນຕີກໍໄດ້ອອກຄຳສັ່ງ 08/ນຍ ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍຄື: ໃຫ້ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງສ້າງແຜນການກຽມພ້ອມ ແລະ ຮັບປະກັນແຕ່ຫົວທີໃຫ້ແກ່ວຽກງານລະບາດວິທະຍາ, ປິ່ນປົວ, ຄຸ້ມຄອງ ແລະ ໂຄສະນາໃຫ້ຄວາມຮູ້ແກ່ຊຸມຊົນ ແລະ ວຽກງານແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍຢ່າງທັນການ ແນະນຳໃຫ້ປະຊາຊົນປະຕິບັດຄຳຂັວນ 5ປ ຄື: (1) ປິດຝາພາຊະນະນໍ້າໃຊ້ໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. (2) ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນ້ຳ. (3) ປ່ອຍປານົກຍຸງເພື່ອກິນໜອນນ້ຳຍຸງລາຍ. (4) ປັບປຸງໂດຍການອານາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ ແລະ ຢາງຕີນລົດທີ່ມີນ້ຳຂັງ ແລະ (5) ປະຕິບັດໃຫ້ເປັນນິໄສເປັນປະຈຳທຸກໆອາທິດ.
+ ນະຄອນຫລວງວຽງຈັນເປັນອັນດັບໜຶ່ງຂອງຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ມີຜູ້ເສຍຊີວິດແລ້ວ 1 ຄົນ