ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ - 87686 - ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ
ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ - kitchen vibe - ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ
ແຫລ່ງຂ່າວແຂວງອັດຕະປື ລາຍງານວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງອັດຕະປື ທີ່ຖືກຮັບຮອງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ເມື່ອບໍ່ດົນມານີ້ ເຊິ່ງແຜນພັດທະນາປີນີ້ ເປັນປີທີ 2 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແຕ່ປີ 2021-2025 ເພື່ອເຮັດໃຫ້ໄປຕາມທິດ ທາງ ແລະ ບັນລຸເປົ້າໝາຍທີ່ວາງໄວ້ ກໍຄືເຮັດໃຫ້ການເຕີບໂຕເສດຖະກິດຂອງແຂວງຂະຫຍາຍຕົວບໍ່ໃຫ້ຫລຸດ 6-7% ຕໍ່ປີ.
ດັ່ງນັ້ນ,ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ຢືນຢັນວ່າ ໃນປີ 2022 ນີ້ແຂວງອັດຕະປື ຕ້ອງການທຶນພັດທະນາທັງໝົດ 1.578 ຕື້ກວ່າກີບ ຫລື ເທົ່າກັບ 43% ຂອງ GDP. ໃນນັ້ນ,ຕ້ອງການທຶນຂອງລັດປະມານ 24 ຕື້ກວ່າກີບ, ກວມເອົາ 1,53% ຂອງທຶນທັງໝົດ,ຕ້ອງການທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ(ODA) ປະ ມານ 116 ຕື້ກີບ, ກວມເອົາ 7,34% ຂອງທຶນທັງໝົດ. ສຳ ລັບ ການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອັດຕະປື ໃນໄລຍະຜ່ານມາ ມີປະມານ 1.050 ຕື້ກີບ, ກວມເອົາ 66,5%ຂອງທຶນທັງໝົດ, ການສະໜອງສີນເຊື່ອຂອງທະນາຄານມີ 388 ຕື້ກີບ, ກວມເອົາ 24,58% ຂອງທຶນທັງໝົດ.
1. ແຂວງອັດຕະປື. ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ - 7D9DD41B 42D1 4CCF 9C6E 9411A201E7F6 - ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ
ພ້ອມນີ້ ຍັງມີບັນດາໂຄງການຈຸດສຸມຈໍານວນໜຶ່ງສະໜັບສະໜູນປະກອບມີ: ໂຄງການກໍ່ສ້າງທາງປູຢ່າງ 2 ຊັ້ນ 18A ໄລຍະ 2, ໂຄງການ 18B ພາກຂະຫຍາຍ,ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ 4 ເລນຢູ່ເທດສະບານເມືອງຊານໄຊ,ໂຄງການກໍ່ສ້າງລະບົບນໍ້າປະປາ,ເຂື່ອນເຊກອງຕອນລຸ່ມ,ເຊກອງ 3B, ພ້ອມທັງສຸມໃສ່ປັບປຸງ ແລະ ຊຸກຍູ້ການນໍາໃຊ້ພື້ນຖານໂຄງລ່າງດ້ານກະສິກໍາ ໃຫ້ມີປະສິດທິພາບ ທັງນີ້ກໍ່ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ພັດ ທະນາຊົນນະບົດ.
ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ - 5 - ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!