ນາຍົກ ເນັ້ນໃຫ້ກະຊວງແຜນການ ແລະ ການລົງທຶນ ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ


ໃນໂອກາດເຂົ້າຮ່ວມ ມອບ-ຮັບໜ້າທີ່ລະຫວ່າງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 4 ກຸມພາ 2022 ທີ່ກະຊວງ ແຜນການ ແລະການລົງທຶນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳກະຊວງແຜນການ ແລະ ການລົງທຶນເພີ່ມທະວີຄວາມຮັບຜິດຊອບ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ໂດຍສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ເປັນຕົ້ນແຜນພັດທະນາເສດຖະກິດ-ສັງຄົມ ຕ້ອງສາມາດກໍານົດທິດ, ຮູບແບບການພັດທະນາທີ່ຈະແຈ້ງ, ສອດຄ່ອງ, ຕົວຈິງ ແລະ ມີຈຸດສຸມ.
ຂະນະດຽວກັນກໍຕ້ອງປັບປຸງກົນໄກການຄົ້ນຄວ້າ ແລະ ຄຸ້ມຄອງການລົງທຶນຂອງລັດ ແລະ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃຫ້ຄືບໜ້າໄວ, ຍູ້ແຮງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ເປັນກໍາລັງຕົ້ນຕໍຊຸກຍູ້ການເຕີບໂຕຂອງເສດຖະກິດ, ດຶງດູດການຊ່ວຍ ເຫຼືອທາງການເພື່ອການພັດທະນາທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍຢ່າງເປັນເຈົ້າການຫຼາຍຂຶ້ນ ແລະ ສ່ອງແສງຄວາມຕ້ອງການດ້ານການພັດທະນາຂອງປະເທດໃຫ້ຫຼາຍຂຶ້ນ.
ນາຍົກລັດຖະມົນຕີ ເນັ້ນອີກວ່າ: ລະບົບຂໍ້ມູນສະຖິຕິ ຕ້ອງປັບປຸງໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດເຂົ້າເຖິງໄດ້ຢ່າງສະດວກໂດຍການຜັນຂະຫຍາຍກົດໝາຍ ແລະ ຍຸດທະສາດ ທີ່ຮັບຮອງແລ້ວນັ້ນໃຫ້ເປັນ ຮູບປະທໍາ, ການຄົ້ນຄວ້າຕ້ອງສຸມໃສ່ຮັບໃຊ້ໂດຍກົງໃຫ້ແກ່ການຮ່າງ, ຈັດຕັ້ງປະຕິບັດ ແລະ ຕີລາຄາແຜນພັດທະນາ-ເສດຖະກິດສັງຄົມແຕ່ລະໄລຍະ, ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນກົງຈັກ ແລະ ພະນັກ ງານຂອງຂະແໜງການໃຫ້ຫຼຸດລົງໂດຍເອົາໃຈໃສ່ສຶກສາອົບຮົມພະນັກງານໃຫ້ມີແນວຄິດຫຼັກໝັ້ນຕໍ່ແນວ ທາງ, ກຳແໜ້ນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກໍາ-ລະບຽບການທີ່ກ່ຽວຂ້ອງໃຫ້ດີ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ, ສາມັກຄີເປັນຈິດໜຶ່ງໃຈດຽວ, ມີຈັນຍາບັນ ຮັກວິຊາຊີບ, ປະຕິ ບັດວິໄນແຜນການຢ່າງເຄັ່ງຄັດ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດ-ປະຊາຊົນເປັນຫລັກ ໄປຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາ ຄຸ້ມຄອງໃຫ້ມີປະສິດທິຜົນສູງຂຶ້ນ.