ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້

ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້ - 27330 - ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້
ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້ - kitchen vibe - ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້

ອີງຕາມຄວາມສະຫງົບ ລາຍງານວ່າ: ວັນທີ 5 ກຸມພານີ້, ອົງການປົກຄອງບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຈັບທ້າວ ພອນ ອາຍຸ 25 ປີ ປະຊາຊົນບ້ານໜອງແຫ້ວ ນະຄອນ ຫລວງພະບາງ ແຂວງຫລວງພະບາງ ໃນຖານຊີງຊັບພົນລະເມືອງ (ດຶງສາຍຄໍ) ແລ້ວມອບໃຫ້ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຮູ້ວ່າ: ຕອນເຊົ້າວັນທີ 5 ກຸມພາ 2022, ທ້າວ ພອນ ມາສະໝັກ ເປັນກໍາມະກອນກໍ່ສ້າງຢູ່ຈຸດກໍ່ສ້າງແຫ່ງໜຶ່ງບ້ານດົງໂພນແຮ່ ເມືອງຫາດຊາຍຟອງ, ພາຍຫລັງຖືກບັນຈຸເຂົ້າເຮັດວຽກແລ້ວ, ເວລາ 12 ໂມງຂອງມື້ດຽວກັນ ຜູ້ກ່ຽວ ຍ່າງໄປຊື້ຢາສູບຢູ່ຮ້ານຂາຍເຄື່ຶອງນາງ ແກ້ວ ບ້ານດົງໂພນແຮ່ ແລະ ໃນຂະນະນັ້ນກໍໄດ້ດຶງສາຍຄໍຄໍາ 1 ເສັ້ນ ນໍ້າໝັກ 1 ບາດທີ່ນາງ ແກ້ວ ໃສ່ຈົນຂາດ ແລະ ໄດ້ຫລົບໜີ.

ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້ - Visit Laos Visit SALANA BOUTIQUE HOTEL - ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້

ຫລັງໄດ້ຮັບແຈ້ງເຫດ, ອົງການປົກຄອງບ້ານດົງໂພນແຮ່ ຈຶ່ງນຳພາ ປກສ-ປກຊ ຂອງບ້ານລົງແກ້ໄຂແລະ ກໍສາມາດຈັບ ທ້າວ ພອນ ໄດ້ພ້ອມຂອງກາງສາຍຄໍຄໍາ 1 ເສັ້ນ ນໍ້າໜັກ 1 ບາດ ໃນມື້ດຽວກັນ ແລະ ນຳທ້າວ ພອນ ສົ່ງໃຫ້ເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງ ຫາດຊາຍຟອງ ດຳເນີນຄະດີຕາມກົດໝາຍ ທັງໄດ້ມອບສາຍຄໍຄຳຄືນເຈົ້າຂອງເດີມ.

ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້ - 3 - ບໍ່ທັນຂ້າມມື້ ຈັບຜູ້ກໍ່ເຫດດຶງສາຍຄໍຄຳໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!