ຢ່າໃຫ້ວັນວາເລັນທາຍ 14 ກຸມພາ ທຳລາຍຄວາມບໍລິສຸດຂອງຕົນ


ບົດຄວາມ: ລາວພັດທະນາ
ອີກບໍ່ພໍເທົ່າໃດມື້ຂ້າງໜ້າ, ວັນທີ 14 ກຸມພາ ກໍຈະມາຈອດຮອດຕີນຂັ້ນໄດຊີວິດຮັກຂອງໜຸ່ມໆສາວໆກັນແລ້ວ ໂດຍຫລາຍປີຜ່ານມາ, ຫລາຍຄົນ ບອກວ່າ: ວັນແຫ່ງຄວາມຮັກນີ້ ຄືສາເຫດໜຶ່ງເຮັດໃຫ້ບ່າວສາວເປັນຈຳນວນຫລາຍເສຍຄວາມບໍລິສຸດກ່ອນການແຕ່ງດອງ. ຂະນະດຽວກັນບາງເທື່ອຄູ່ຮັກບໍ່ມາຫາ ຫລື ບໍ່ອວຍພອນ ບໍ່ມີດອກໄມ້ ຫລື ຂອງຂວັນໃຫ້ກໍໂສກເສົ້າເສຍໃຈ ຊຶ່ງບາງຄົນເຖິງຂັ້ນຄິດທໍາຮ້າຍຕົນເອງກໍມີ.
ຄວາມຈິງແລ້ວວັນທີ 14 ກຸມພາ ຫລື ວັນວາເລັນທາຍ ເປັນວັນແຫ່ງຄວາມຮັກ ຊຶ່ງເປັນປະເພນີຂອງຊາວຕາເວັນຕົກ ທີ່ເລັ່ງໃສ່ຄວາມຮັກລະຫວ່າງບ່າວສາວເທົ່ານັ້ນ, ແຕ່ເນື່ອງຈາກເປັນກະແສທົ່ວໂລກ ຈຶ່ງມີບັ້ງເລກໂຈດ ຕັ້ງອອກມາວ່າ: ແມ່ນແທ້ບໍ?ທີ 14 ກຸມພາ ເປັນກິດຈະກຳທີ່ຂາດບໍ່ໄດ້ສຳລັບຊີວິດໜຸ່ມໆສາວໆໄປແລ້ວ. ແນວໃດກໍດີສຳລັບປະເທດເຮົາແລ້ວຖືວ່າບໍ່ມີວັນນີ້ ແລະ ກໍບໍ່ແມ່ນວັດທະນະທຳ ປະເພນີຂອງຊາດລາວເຮົາດ້ວຍຊໍ້າໄປ ເພາະເມື່ອເວົ້າເລື່ອງຄວາມຮັກແລ້ວ, ຄົນລາວເຮົາສະແດງອອກມາທຸກມື້, ຮັກກັນຕະຫລອດໄປ, ເປັນຄວາມຮັກທີ່ບໍ່ເຈາະຈົງສະເພາະແຕ່ບ່າວສາວເທົ່ານັ້ນ, ມັນແມ່ນຄວາມຮັກບ້ານເກີດເມືອງນອນ, ມັນແມ່ນຄວາມຮັກຕໍ່ຜູ້ມີບຸນຄຸນ, ພໍ່ແມ່, ຍາດພີ່ນ້ອງ, ເພື່ອມິດສະຫາຍ. ບ່າວສາວລາວຮັກກັນ ຄືຄວາມຮັກທີ່ມາຈາກການໝັ້ນໝາຍ, ຮັກດ້ວຍຄວາມບໍລິສຸດໃຈ, ແມ່ຍິງລາວ ເປັນຄົນຮັກນວນສະ ຫງວນໂຕ ຈົນກວ່າວັນວິວາຈະມາເຖິງ ແລະ ກໍເປັນຄວາມຮັກເພື່ອອະນາຄົດທີ່ສົດໃສໄປດ້ວຍກັນ ຊຶ່ງນີ້ແຫລະຄື ວັດທະນະທຳອັນດີງາມຂອງຊາດລາວ.
ບໍ່ແມ່ນເລື່ອງຫ້າມ, ແຕ່ກໍບໍ່ຄວນໃຫ້ຄ່າ ຫລື ນິຍົມວັນວາເລັນທາຍ ຈົນເກີນໄປ ເຖິງຂັ້ນລືມເນື້ອລືມໂຕ ເມື່ອເຖິງຈຸດນີ້ແລ້ວ, ຄວາມຫວັງຂອງພໍ່ແມ່ຜູ້ປົກຄອງ ກໍຕ້ອງພັງທະລາຍລົງ ເຈັບອົກປວດໃຈ. ເມື່ອຮັກກັນກໍຄວນໃຊ້ຄວາມຮັກໃຫ້ເປັນປະໂຫຍດ ຖ້າເປັນນັກຮຽນ(ຊອນບ່າວຊອນສາວ) ຕ້ອງກໍ່ສ້າງກັນ, ແຂ່ງຂັນກັນເປັນນັກຮຽນດີ, ຮຽນເກັ່ງ, ເປັນປັນຍາຊົນທີ່ເຕັມປ່ຽມໄປດ້ວຍຄວາມສະຫລາດຂອງຊາດ ພ້ອມພໍ່າກັນສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງສັງ ຄົມສີວິໄລ ຍຸຕິທໍາ ແລະ ປະຊາຊົນຜາສຸກ ນີ້ແຫລະຄືຄວາມຮັກທີ່ແທ້ຈິງ.