ສປປ ລາວ ຍັງບໍ່ທັນພົບສາຍພັນ ໂອມຣິຄອນ ລະບາດໃນຊຸມຊົນ ແຕ່ພົບກໍລະນີນຳເຂົ້າ 25 ຄົນ


ວັນທີ 11 ກຸມພາ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວ່າ: ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມ 138.431 ຄົນ ແລະ ເສຍຊີວິດ 588 ຄົນ ເຊິ່ງແຕ່ລະວັນຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອໃໝ່ຈາກທຸກແຂວງໃນທົ່ວປະເທດ ແຕ່ຫລຸດລົງທຽບໃສ່ໄລຍະຜ່ານມາ.
ເຖິງວ່າ ສປປ ລາວ ຍັງບໍ່ທັນພົບການລະບາດສາຍພັນ ໂອມຣິຄອນ ໃນຊຸມຊົນ, ແຕ່ກໍພົບກໍລະນີນຳເຂົ້າ ເຊິ່ງຮອດປັດຈຸບັນພົບ 25 ຄົນຕິດເຊືອສາຍພັນໂອມິຄຣອນ ແລະສ່ວນຫລາຍພົບສຳລັບຜູ້ເດີນທາງເຂົ້າມາຜ່ານສາຍການບິນສາກົນ ໂດຍວັນທີ 8 ກຸມພາ ໄດ້ກວດ 25 ຕົວຢ່າງສຸ່ມເກັບຈາກບັນດາແຂວງ, ສະຖານທີ່ບໍລິການປີ່ນປົວແຂວງຈຳປາສັກ, ສະຫວັນນະເຂດ, ບໍລິຄຳໄຊ, ຊຽງຂວາງ, ບໍ່ແກ້ວ ແລະ ນະ ຄອນຫລວງວຽງຈັນ ພົບແຮງງານລາວ 3 ຄົນຕິດເຊື້ອສາຍພັນໂອມິຄຣອນ 3 ຄົນທີ່ກັບມາຈາກປະເທດເພື່ອນບ້ານຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ, ສ່ວນທີ່ເຫລືອແມ່ນສາຍພັນເດວຕາ, ທຸກຄົນໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນກວດພົບເຊື້ອ.
ດັ່ງນັ້ນ, ຄະນະສະເພາະກິດຂັ້ນສູງກາງກໍຄືກະຊວງສາທາລະນະສຸກໄດ້ແຈ້ງໃຫ້ພະແນກສາທາລະນະສຸກແຂວງ ເພີ່ມທະວີຕິດຕາມເຝົ້າລະວັງ ບຸກຄົນທີ່ເຂົ້າຈຳກັດບໍລິເວນໃນສະຖານທີ່ທີ່ພົບສາຍພັນໂອມິຄຣອນນັ້ນຖືວ່າເປັນຜູ້ສຳຜັດໃກ້ຊິດທັງໝົດລວມທັງພະນັກງານເຈົ້າໜ້າທີ່ທີ່ມີປະຫວັດພົວພັນກັບບຸກຄົນດັ່ງກ່າວເປັນຕົ້ນເຈົ້າໜ້າທີ່ຢູ່ດ່ານເຂົ້າ-ອອກ, ເຈົ້າໜ້າທີ່ຢູ່ສູນຈຳກັດບໍລິເວນ, ພະນັກງານຂັບລົດ, ພະນັກງານແພດ ແລະ ອື່ນໆ ເພື່ອປ້ອງກັນບໍ່ໃຫ້ສາຍພັນດັ່ງກ່າວເພ່ມາຕິດເຊື້ອພາຍໃນຊຸມຊົນ.