ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ

ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ -           4 - ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ
ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ - kitchen vibe - ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ

ມຽນມາຈັດພິທີເດີນສວນສະໜາມສະແດງແສນຍານຸພາບທາງທະຫານ ພ້ອມປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ເນື່ອງໃນວັນສະຫະພາບ.

ວັນທີ 12 ກຸມພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານມຽນມາສະເຫລີມສະຫລອງວັນສະຫະພາບ ຢູ່ນະຄອນຫລວງເນປີດໍ ໃນວັນທີ 12 ກຸມພານີ້ ໂດຍມີການຈັດພິທີເດີນສວນສະໜາມເພື່ອສະແດງແສນຍານຸພາບທາງທະຫານ ພ້ອມປະກາດປ່ອຍຕົວນັກໂທດ 814 ຄົນ.

ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ - Visit Laos Visit SALANA BOUTIQUE HOTEL - ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ

ລາຍງານລະບຸວ່າ: ນາຍພົນ ມິນ ອ່ອງ ຫລ່າຍ ຜູ້ນຳລັດຖະບານມຽນມາ ໄດ້ເດີນທາງມາເຂົ້າຮ່ວມພິທີສະຫລອງຄົບຮອບ 75 ປີ ວັນສະຫະພາບ ເຊິ່ງກົງກັບວັນທີ 12 ກຸມພາຂອງທຸກປີ ໂດຍໄດ້ມີການກ່າວປາໄສ ເຊິ່ງມີເນື້ອໃນຕອນໜຶ່ງປະນາມກຸ່ມຜູ້ຕໍ່ຕ້ານລັດຖະບານ ລະບຸວ່າ: “ຄວາມຮຸນແຮງທີ່ເກີດຂຶ້ນໃນມຽນມານັ້ນ ເປັນສາເຫດຂອງຄວາມວຸ້ນວາຍ ແລະ ເຮັດໃຫ້ທຸກຄົນຕ້ອງຜະເຊີນຄວາມທຸກທໍລະມານ”.

ທັງນີ້, ມຽນມາຕ້ອງຜະເຊີນບັນຫາຄວາມຂັດແຍ່ງພາຍໃນປະເທດມາແຕ່ກອງທັບກໍ່ລັດຖະປະຫານຍຶດອຳນາດຈາກລັດຖະບານຂອງນາງ ອອງຊານ ຊູຈີ ນັບແຕ່ວັນທີ 1 ກຸມພາ 2020 ເຊິ່ງເຮັດໃຫ້ຝ່າຍຕໍ່ຕ້ານກອງທັບອອກມາປະທ້ວງຈຳນວນຫລາຍ, ຂະນະທີ່ລັດຖະບານທະຫານໄດ້ໃຊ້ກຳລັງເຂົ້າປາບປາມ.

ຂໍ້ມູນຈາກ ສະມາຄົມຊ່ວຍເຫລືອນັກໂທດການເມືອງ (AAPP) ລະບຸວ່າ: ນັບແຕ່ເກີດເຫດການຄວາມວຸ້ນວາຍຂຶ້ນໃນມຽນມາ ມີປະຊາຊົນທີ່ຢູ່ຝ່າຍກົງກັນຂ້າມກັບກອງທັບຖືກສັງຫານໄປຢ່າງໜ້ອຍ 1.547 ຄົນ. ຂະນະທີ່ກອງທັບໄດ້ອອກມາຕອບໂຕ້ວ່າຕົວເລກດັ່ງກ່າວເກີນຄວາມຈິງ ແລະ ມີທະຫານເສຍຊີວິດຈາກການປະທະນຳເຊັ່ນກັນ.

ໃນເດືອນເມສາປີກ່ອນ, ລັດຖະບານທະຫານມຽນມາໄດ້ປ່ອຍຕົວນັກໂທດປະມານ 23.000 ຄົນ ເຊິ່ງກຸ່ມນັກສິດທິມະນຸດເບິ່ງວ່າ: ອາດເປັນການເປີດພື້ນທີ່ຄຸກເພື່ອຄວບຄຸມຕົວຝ່າຍກົງກັນຂ້າມກອງທັບ ແລະ ເປັນເຫດໃຫ້ເກີດຄວາມວຸ້ນວາຍຕາມມາ. ຂະນະທີ່ໃນວັນສະຫະພາບປີຜ່ານມາໄດ້ມີການປ່ອຍຕົວນັກໂທດໃນຈຳນວນໃກ້ຄຽງກັບປີນີ້.

ອ້າງອີງ:

https://www.reuters.com/…/myanmar-junta-holds-parade…/

https://www.france24.com/…/20220212-myanmar-junta-says…

ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ - 4 - ມຽນມາປະກາດປ່ອຍຕົວນັກໂທດ 800 ກວ່າຄົນ ຈັດພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຫະພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!