ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ

ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ - 1200x 1 - ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ
ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ - kitchen vibe - ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ

ນະໂຍບາຍກົດໂຄວິດເປັນສູນໃນຮົງກົງພັງ ຈຳນວນຜູ້ຕິດເຊື້ອເພີ່ມກວ່າ 20 ເທົ່າໃນ 2 ອາທິດ ກຽມສ້າງໂຮງໝໍສະໜາມຮັບມື.

ວັນທີ 14 ກຸມພາ 2022, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ພົບຈຳນວນຜູ້ຕິດເຊື້ອໂຄວິດ-19 ປະຈຳວັນຂອງຮົງກົງເກີນ 2.000 ຄົນເປັນຄັ້ງທຳອິດ, ຂະນະທີ່ນະໂຍບາຍກົດໂຄວິດເປັນສູນທີ່ພະຍາຍາມເຮັດຕາມຈີນ ກຳລັງສ້າງພາລະໃຫ້ລະບົບສາທາລະນະສຸກຢ່າງໜັກ.

ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ - Visit Laos Visit SALANA BOUTIQUE HOTEL - ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ

ໜ່ວຍງານສາທາລະນະສຸກຮົງກົງເປີດເຜີຍຕົວເລກຜູ້ຕິດເຊື້ອຢ່າງເປັນທາງການປະຈຳວັນທີ 14 ກຸມພາ 2022 ມີ 2.071 ຄົນ ແລະ ຍັງມີອີກ 4.500 ຄົນທີ່ມີຜົນກວດເບື້ອງຕົ້ນເປັນບວກແຍກອອກມາຕ່າງຫາກ.

ໂດຍຈຳນວນຜູ້ຕິດເຊື້ອໃນປັດຈຸບັນນັ້ນສູງເກີນກວ່າທີ່ໂຮງໝໍລັດຈະຮັບໄຫວແລ້ວ ເຮັດໃຫ້ຕ້ອງມີການປ່ຽນແປງນະໂຍບາຍ ໂດຍເນັ້ນໃສ່ການປິ່ນປົວຜູ້ສູງອາຍຸ ແລະ ເດັກທີ່ຕິດໂຄວິດກ່ອນ.

ທາງການຮົງກົງແຈ້ງວ່າ: ມີຜູ້ຕິດເຊື້ອອີກຫລາຍພັນທີ່ລໍຖ້າເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ຍັງມີຈຳນວນຕົວຢ່າງອີກຈຳນວນຫລາຍໃນສູນກວດໂຄວິດທີ່ລໍຖ້າການກວດຢູ່ ເຮັດໃຫ້ເກີດຄວາມຊັກຊ້າໃນການຢືນຢັນຜົນ.

ເຖິງວ່າການລະບາດໃນຮົງກົງຈະເປັນຕົວເລກທີ່ບໍ່ສູງເມື່ອທຽບໃສ່ຫລາຍໆແຫ່ງໃນໂລກ, ແຕ່ຈາກລະບົບການຕິດຕາມ ແລະ ການກັກຕົວຂອງຮົງກົງ ເຮັດໃຫ້ລະບົບສາທາລະນະສຸກເກີດພາລະໜັກຈົນເຂົ້າຂັ້ນວິກິດ.

ໂດຍປົກກະຕິແລ້ວ ການລະບາດໃນລະດັບຫລາຍພັນຄົນນີ້ ບໍ່ສາມາດກົດໃຫ້ເປັນສູນໄດ້ ເວັ້ນແຕ່ຈະໃຊ້ວິກິດການລັອກດາວເຂັ້ມງວດແບບຈີນ ເຊິ່ງທາງຮົງກົງພະຍາມຍາມຫລີກລ່ຽງການລັອກດາວໃນລັກສະນະດັ່ງກ່າວ.

ມີລາຍງານວ່າຮົງກົງກຳລັງຊອກຫາສະຖານທີ່ໃນການສ້າງໂຮງໝໍສະໜາມ ໂດຍໃຊ້ວິທີການຮັບມືໃນລັກສະນະດຽວກັບເມືອງອູ່ຮັ່ນເມື່ອຕົ້ນປີ 2020.

ຂະນະທີ່ຫລາຍປະເທດທົ່ວໂລກກຳລັງເລີ່ມຫລຸດຜ່ອນມາດຕະການຄຸມໂຄວິດ, ຮົງກົງພັດຕ້ອງໃຊ້ມາດຕະການທີ່ເຂັ້ມງວດທີ່ສຸດເທົ່າທີ່ເຄີຍບັງຄັບໃຊ້ມາ ເພາະຕ້ອງເຮັດຕາມຄຳສັ່ງຂອງຈີນ ເຊິ່ງເປັນປະເທດດຽວທີ່ຍັງໃຊ້ວິທີກົດໂຄວິດເປັນສູນຢູ່.

ປັດຈຸບັນ ຮົງກົງສັ່ງຫ້າມບໍ່ໃຫ້ລວມຕົວກັນເກີນກວ່າ 2 ຄົນໃນບ່ອນສາທາລະນະ ແລະ ຍັງຫ້າມບໍ່ໃຫ້ລວມຕົວກັນເກີນກວ່າ 1 ຄອບຄົວພາຍໃນເຮືອນ ລວມທັງມີການຂະຫຍາຍໄລຍະເວລາຫ້າມຖ້ຽວບິນຂາເຂົ້າຈາກ 9 ປະເທດ ໄດ້ແກ່ ອົດສະຕຣາລີ, ການາດາ, ຝຣັ່ງ, ອິນເດຍ, ເນປານ, ປາກິດສະຖານ, ຟີລິບປິນ, ອັງກິດ ແລະ ອາເມລິກາ ໄປຈົນເຖິງວັນທີ 4 ມີນາ.

ອ້າງອີງ:

https://www.bloomberg.com/…/hong-kong-in-crisis-leans…

ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ - 3 - ຮົງກົງພົບຜູ້ຕິດເຊື້ອສູງເຖິງ 2.000 ສູງທີ່ສຸດນັບແຕ່ໂຄວິດລະບາດ ເຜີຍລະບົບສາທາລະນະສຸກເລີ່ມຮັບບໍ່ໄຫວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!