ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ

ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ - 215879855 529012788543005 3813424356113465230 n - ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ
ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ - kitchen vibe - ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ

ໂດຍ: ທິດກໍ່າ

ບັນຫາເງິນກີບອ່ອນຄ່າແມ່ນເລີ່ມເປັນມາໄດ້ຫລາຍທົດສະວັດແລ້ວ ສາເຫດກໍຍ້ອນໃນປະຫວັດສາດຜ່ານມາ ຄົນລາວປະເທດລາວຂອງພວກເຮົາສ່ວນໃຫຍ່ເປັນປະເທດທີ່ມີກຳລັງຊື້-ຂາຍຫລາຍກວ່າກຳລັງການຜະລິດ ໝາຍວ່າຄົນລາວເຮົາເປັນຄົນມັກຊື້ຫລາຍກວ່າມັກຜະລິດ ເພື່ອເປັນສິນຄ້າທີ່ຫລາກຫລາຍສົ່ງຂາຍໄປຍັງຕ່າງປະເທດ. ຍົກຕົວຢ່າງໃນຫລາຍຮ້ອຍປີຜ່ານມາ ປະເທດລາວຄົນລາວເຮົາມີການອາໄສແຕ່ສິນຄ້າຂອງໄທເປັນຫລັກຈົນວ່າປະເທດລາວຂອງພວກເຮົາກາຍເປັນຕະຫລາດຈຳໜ່າຍສິນຄ້າລາຍໃຫຍ່ໃຫ້ປະເທດໄທ. ໃນເມື່ອບໍ່ມີການຜະລິດສິນຄ້າທີ່ຫລາກຫລາຍ ເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດແລ້ວກໍຍິ່ງເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກຫລາຍກວ່າການສົ່ງອອກ ສຸດທ້າຍມາກໍມີການຂາດດູນຢ່າງຫລວງຫລາຍ ດັ່ງທີ່ເຄີຍມີ ແລະ ເຄີຍເຫັນໃນຫລາຍໆປີຜ່ານມາ. ນີ້ຄືເຫດຜົນໜຶ່ງທີ່ເຮັດໃຫ້ເງິນກີບລາວອ່ອນຄ່າ.

ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ - Visit Laos Visit SALANA BOUTIQUE HOTEL - ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ

ສ່ວນເຫດຜົນອັນທີສອງກໍແມ່ນຍ້ອນຄົນລາວເຮົາເອງພາກັນຫັນໄປນິຍົມຊົມຊອບເງິນຕາຕ່າງປະເທດເກີນໄປ ໂດຍສະເພາະແມ່ນເງິນບາດໄທກັບເງິນໂດລາສະຫະລັດ. ອັນນີ້ມັນກໍເປັນສິ່ງທີ່ແນ່ນອນຢ່າງປະຕິເສດບໍ່ໄດ້ວ່າ ໃນເມື່ອເງິນກີບລາວອ່ອນຄ່າ ໃຜກໍບໍ່ຢາກຄອບຄອງຊົມໃຊ້ ຍ້ອນມັນບໍ່ມີຄວາມໝັ້ນຄົງ.

ສິ່ງທີ່ສະແດງໃຫ້ເຫັນຢ່າງປະຈັກຕາ ໃນການຂາຍຢູ່ພາຍໃນປະເທດນັ້ນມີບາງປະເພດສິນຄ້າແມ່ນມັກຂາຍເປັນເງິນບາດ ຫລື ເງິນໂດລາສະຫະລັດເຊັ່ນ: ຂາຍດິນ, ຂາຍລົດຍົນ, ຂາຍງົວ, ຂາຍຄວາຍ ລາມໄປຮອດຂາຍເປັດຂາຍໄກ່ ແລະ ຂາຍສິນຄ້າປະເພດອື່ນໆອີກຫລາຍຢ່າງ ແລະ ເມື່ອບໍ່ດົນມານີ້, ໃນໂອກາດໄປຢ້ຽມຢາມບໍລິສັດລົດໄຟຄວາມໄວສູງ ລາວ-ຈີນ ຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ຄະນະນຳບໍລິສັດດັ່ງກ່າວກໍຂໍອະນຸຍາດຈຳໜ່າຍປີ້ໂດຍສານເປັນເງິນຕາຕ່າງປະເທດ. ນີ້ກໍສະແດງໃຫ້ເຫັນວ່າພວກເຂົາຍັງບໍ່ມີຄວາມໝັ້ນໃຈໃນຄຸນຄ່າຂອງເງິນກີບ. ນີ້ຄືສອງສາເຫດຫລັກໆທີ່ເຮັດໃຫ້ເງິນກີບລາວນັບມື້ອ່ອນຄ່າໃນຫລາຍທົດສະວັດຜ່ານມາ.

ຫາກຕັ້ງໂຈດກັນວ່າ, ພວກເຮົາຈະແກ້ໄຂກັນແນວໃດ ເພື່ອເຮັດໃຫ້ເງິນກີບລາວແຂງຄ່າ. ປັດໄຈຫລັກໆນັ້ນມັນກໍມີຢູ່ວ່າ ປະຊາຊົນລາວຕ້ອງຫັນປ່ຽນແນວຄິດຂີ້ຄ້ານມັກງ່າຍ, ແນວຄິດເອື່ອຍອີງ ຫັນມາເປັນຄົນຂະຫຍັນດຸໝັ່ນເຮັດການຜະລິດເພື່ອເປັນສິນຄ້າສົ່ງອອກໃຫ້ຫລາຍໆ ເພາະໂອກາດໄດ້ມາເຖິງແລ້ວ. ຕະຫລາດຈຳໜ່າຍສິນຄ້າກະສິກຳ, ອຸດສາຫະກຳຫລາຍປະເພດຂອງລາວເຮົາແມ່ນ ສປ ຈີນ ແລະ ຍັງມີປະເທດອື່ນໆໃນພາກພື້ນ ແລະ ໃນໂລກ.

ນັບແຕ່ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ກໍ່ສ້າງສຳເລັດ ແລະ ເປີດບໍລິການເປັນຕົ້ນມາ ໄດ້ບັງຄັບໃຫ້ຄົນລາວເຮົາໃຫ້ຫູແຈ້ງຕາໃສຈະກາຍເປັນຄົນດຸໝັ່ນ ແລ້ວຈະສ້າງເງື່ອນໄຂໃຫ້ປະຊາຊົນລາວປະ ເທດລາວຮັ່ງມີ ຖ້າທຸກຄົນພ້ອມກັນເຢີກ ແລະ ພາກັນຢູ່ອ້ອມຂ້າງພັກ ແລະ ລັດຖະບານ. ປັດໄຈອັນໃໝ່ໃນປີ 2021 ການຄ້າຂາອອກຂອງລາວເຮົາກັບຕ່າງປະເທດເກີນດູນ 1.000 ລ້ານໂດລາສະຫະລັດ.

ສະເພາະປີ 2022 ພຽງເດືອນມັງກອນເດືອນດຽວເກີນດູນໄປແລ້ວ 41 ລ້ານໂດລາສະຫະລັດ. ນີ້ຄືສັນຍານບອກເຕືອນວ່າເງິນກີບລາວພວມຈະຫວນຄືນມາແຂງຄ່າ ຖ້າທຸກຄົນພ້ອມໃຈກັນຮັກຊາດ ແລະ ພັດທະນາ.

ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ - 3 - ເງິນກີບລາວດ້ອຍຄ່າ ເພາະບັນຫາຂາດຄວາມເປັນເຈົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!