ປັດສະຍາຈາກ “ ໂກ້ວເລັ້ງ”

-                             - ປັດສະຍາຈາກ “ ໂກ້ວເລັ້ງ”
- kitchen vibe - ປັດສະຍາຈາກ “ ໂກ້ວເລັ້ງ”

 

  1. ດາບສັ້ນເກັບເຊື່ອງງ່າຍດາບຍາວ ສາມາດເຊື່ອງໄດ້ທຸກບ່ອນ ເຊື່ອງຢູ່ໃນບ່ອນຄົນຫາບໍ່ພົບ ແລະ ຄາດຄິດບໍ່ເຖິງ ມີຄົນເຊື່ອງມັນຢູ່ໃນ​ເອິກເສືອ ໃນຊອກຮ່ອງຕີນ ເຖິງກັບມີຄົນຄວັກຊີ້ນກ້ອນໜຶ່ງ ແຕງໃບໜຶ່ງ ເຊື່ອງມັນໄວ້ ຜູ້ໃດຄາດຄິດວ່າ ແຕງໃບໜຶ່ງ ຊີ້ນກ້ອນໜຶ່ງ ຈະກັບກາຍເປັນອາວຸດຂ້າຄົນໃນຊົ່ວພິບຕາ ບຸກຄົນກໍເຊັ່ນດຽວກັນ ຂະນະທີ່ມັນບໍ່ຂ້າຄົນ ທ່ານກໍຄິດບໍ່ເຖິງວ່າມັນເປັນຂ້າຕະກອນ ເນື່ອງຈາກມັນມີເກາະກໍາບັງທີ່ດີຢູ່ເລື່ອຍໄປ ຈົນກະທັ້ງຄົມດາບວູບຂຶ້ນ ​ເລືອດສາດກະຈາຍ ຄ່ອຍເຫັນ​ໃບໜ້າແທ້ຈິງຂອງມັນ.
  2. ຄົນຄວາມຈິງຫາໄດ້ຊານສະຫຼາດດັ່ງທີ່ຕົນເອງຄາດຄິດບໍ່ ມີງົມງວາຍຕໍ່ຄວາມສຸກສະເພາະໜ້າ ລືມວ່າຄວາມສຸກນີ້ສາມາດຢັ້ງຢືນ​ໄດ້ ຫຼື ບໍ່ ?.
  3. ໃນໂລກມີບຸກຄົນສອງຊະນິດ ຊະນິດໜຶ່ງບໍ່ແມ່ນມີຊີວດຢູ່ເພື່ອການຢູ່ລອດ ຫາກແຕ່ຢູ່ເພື່ອເຜົາຜານທໍາລາຍ, ມີຄົນອີກຊະນິດໜຶ່ງພັດໄດ້ແຕ່ເບິ່ງຜູ້ອື່ນເຜົາຜານ ອາໄສແສງສະຫວ່າງຂອງຜູ້ອື່ນສາດສ່ອງຕົນເອງ.
  4. ສິ່ງທີ່ເປັນຕາຢ້ານທີ່ສຸດໃນໂລກນີ້ກໍຄືຄົນ ຫາກສາມາດລວມກໍາລັງຄົນໄວ້ເປັນໜຶ່ງດຽວ ຍັງເປັນຕາຢ້ານກວ່າພະລັງໃດໆໃນໂລກນີ້.
  5. ຄົນຜູ້ໜຶ່ງບໍ່ອາດໜີຕົນເອງໄດ້, ຄວາມຜິດພາດຂອງຕົນເອງໄດ້, ຄວາມເສຍໃຈຂອງຕົນເອງໄດ້, ຄວາມຮັບຜິດຊອບຂອງຕົນເອງໄດ້ ລ້ວນແລ້ວແຕ່ໜີບໍ່ໄດ້ ເນື່ອງເພາະນັ້ນຄ້າຍເປັນເງົາຂອງຕົນເອງ ​ເຊິ່ງຕິດຕາມໂຕໄປທຸກແຫ່ງຫົນ ບໍ່ອາດໜີໄດ້ເດັດຂາດ.
  6. ເຄືອມີແຕ່ແອບອີງກັບຕົ້ນໄມ້ໃຫຍ່ ຈຶ່ງມີຊີວິດຢູ່ໄດ້, ຜູ້ອ່ອນແອມັກຫວັງວ່າສາມາດເພິ່ງຜູ້ເຂັ້ມແຂງ ຈຶ່ງໄດ້ຮັບຄວາມຄຸ້ມຄອງ, ຄວາມເຂັ້ມແຂງ ຫຼື ອ່ອນແອຂອງຄົນຜູ້ໜຶ່ງ ບໍ່ອາດ​ວັດ​ແທກຄໍານວນຈາກເປືອກນອກເດັດຂາດ.
- 5 - ປັດສະຍາຈາກ “ ໂກ້ວເລັ້ງ”
- Visit Laos Visit SALANA BOUTIQUE HOTEL - ປັດສະຍາຈາກ “ ໂກ້ວເລັ້ງ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!