7 ໜ້າວຽກຈຸດສຸມຂອງລັດຖະບານໃນຂົງເຂດວັດທະນະທຳ-ສັງຄົມ


ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2022 ທີ່ຈັດຂຶ້ນໃນວັນທີ 21-22 ກຸມພານີ້ ໄດ້ເປັນເອກະພາບກັນໃຫ້ສືບຕໍ່ຊຸກຍູ້ ແລະ ຕິດຕາມການປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການນຳໃຊ້ລົດລັດ, ການແກ້ໄຂລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນ ຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19.
ສຳລັບຂົງເຂດວັດທະນະທຳ ແມ່ນໄດ້ເລັງໃສ່ 7 ໜ້າວຽກຕົ້ນຕໍຄື:
1. ສືບຕໍ່ເປີດການຮຽນ-ການສອນໃນສະຖານການສຶກສາ ແລະ ປຸກລະດົມນັກຮຽນ-ນັກສຶກສາຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກຳນົດໃຫ້ໄປຮັບການສັກວັກຊີນໃຫ້ຫລາຍຂຶ້ນ.
2. ປັບປຸງວັດຈະນານຸກົມພາສາລາວ ໃຫ້ສຳເລັດ
3. ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
4. ປັບປຸງແກ້ໄຂຂັ້ນຂອດໃນການຂໍອະນຸມັດເຂົ້າ-ອອກປະເທດຂອງນັກລົງທຶນ, ວິຊາການ, ນັກທ່ອງທ່ຽວ ແລະ ເປົ້າໝາຍອື່ນໆຢູ່ປະເທດເຮົາໃຫ້ດີຂຶ້ນ ເພື່ອຟື້ນຟູເສດຖະກິດຂອງປະເທດ.
5. ສຸມໃສ່ຕະລຸມບອນການສັກວັກຊີນຕາມແຈ້ງການເລກທີ 221/ຫສນຍລົງວັນທີ 18 ກຸມພາ 2022 ໃຫ້ສຳເລັດດີ, ຜະລິດຢາປົວພະຍາດໂຄວິດ-19 ໃຫ້ພຽງພໍ
6. ສືບຕໍ່ເອົາໃຈໃສ່ຊຸກຍູ້ການປະຕິບັດພາລະບົດບາດຂອງຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕິດພັນກັບການສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບເອົານັກທ່ອງທ່ຽວເຂົ້າມາປະເທດໃຫ້ບັນລຸຕາມແຜນການ ແລະ ໄດ້ຮັບຜົນດີ
7. ສືບຕໍ່ຕິດຕາມເຝົ້າລະວັງການ ລະບາດພະຍາດລະດູການ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອຮັບມືໃຫ້ທັນສະພາບການ.