ຜູ້ຊື້ປີ້ລົດໄຟຢູ່ວຽງຈັນເຊັນເຕີ ຂ້ອງໃຈຫລັງເສຍຄ່າທຳນຽມຊື້ປີ້ເພີ່ມ 20.000 ກີບ

- 274772986 4946054888821065 8394239043567556792 n - ຜູ້ຊື້ປີ້ລົດໄຟຢູ່ວຽງຈັນເຊັນເຕີ ຂ້ອງໃຈຫລັງເສຍຄ່າທຳນຽມຊື້ປີ້ເພີ່ມ 20.000 ກີບ
- kitchen vibe - ຜູ້ຊື້ປີ້ລົດໄຟຢູ່ວຽງຈັນເຊັນເຕີ ຂ້ອງໃຈຫລັງເສຍຄ່າທຳນຽມຊື້ປີ້ເພີ່ມ 20.000 ກີບ

ເພື່ອຫລີກເວັ້ນກຸ່ມຄົນສວຍໂອກາດ ຊື້ປີ້ລົດໄຟມາກັກໄວ້ເພື່ອຂາຍຕໍ່ກິນກຳໄລ 30-50 ພັນກີບຕໍ່ປີ້ ແລະ ເພື່ອຄວາມຫຍຸ້ງຍາກໃນການຊື້ປີ້ລົດໄຟໃຫ້ສະດວກນັ້ນ, ວັນທີ 18 ກຸມພາ 2022 ທ່ານ ວົງທອງ ສຸວັນທອງ ຮອງວິສະວະກຳເອກ ບໍລິສັດ ລົດໄຟລາວ-ຈີນ ໄດ້ອອກມາຖະແຫລງໂດຍສັນຍາວ່າຈະເລັ່ງແກ້ໄຂຢ່າງຮີບດ່ວນທັງໄດ້ຂະຫຍາຍຈຸດຂາຍປີ້ຢູ່ວຽງຈັນເຊັນເຕີໃນໄລຍະຕໍ່ມາສ້າງຄວມດີໃຈໃຫ້ແກ່ຜູ້ໃຊ້ບໍລິການ ໃນການໄປຊື້ປີ້ຢູ່ຈຸດດັ່ງກ່າວ ທັງຄິດວ່າຈະຊື້ໃນລາຄາດຽວຄືຢູ່ສະຖານີບ້ານໄຊ ເມືອງໄຊທານີ ນະຄອນ ຫລວງວຽງຈັນ.

ແນວໃດກໍດີມາຮອດມື້ເປີດບໍລິການໂຕຈິງໃນວັນທີ 25 ກຸມພາ 2022, ຜູ້ໄປຊື້ປີ້ຕ່າງກໍຜິດຫວັງໄປຕາມໆກັນ ເນື່ອງຈາກ ການຂາຍປີ້ລົດໄຟຂອງບໍລິສັດທາງລົດໄຟລາວ-ຈີນ ຢູ່ຈຸດບໍລິການດັ່ງກ່າວໄດ້ເກັບຄ່າທໍານຽມ 20.000 ກີບຕໍ່ປີ້ ເຊິ່ງໄດ້ສ້າງຄວາມຂ້ອງຄາໃຈ ທັງບອກວ່າ ການເປີດຈຸບໍລິການຂາຍປີ້ຢູ່ວຽງຈັນເຊັນເຕີ ບໍ່ແມ່ນການແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຊົນເຂົ້າເຖິງປີ້ລົດໄຟແຕ່ຢ່າງໃດ ເພາະສະຖານະການບໍ່ຕ່າງໄປຈາກປາກົດການຜ່ານມາ. ບັນຫານີ້, ພາກສ່ວນກ່ຽວຂ້ອງບໍ່ໄດ້ຊີ້ແຈງເຖິງເຫດຜົນການເສຍຄ່າທຳນຽມແຕ່ຢ່າງໃດ.

- Visit Laos Visit SALANA BOUTIQUE HOTEL - ຜູ້ຊື້ປີ້ລົດໄຟຢູ່ວຽງຈັນເຊັນເຕີ ຂ້ອງໃຈຫລັງເສຍຄ່າທຳນຽມຊື້ປີ້ເພີ່ມ 20.000 ກີບ

ສຳລັບ ເວລາເປີດຂາຍປີ້ຢູ່ຈຸດວຽງຈັນເຊັນເຕີ ຕອນເຊົ້າ 10.00-12.00 ໂມງ, ຕອນບ່າຍ 12.30-15.30 ໂມງ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ. ບໍ່ມີການຂາຍປີ້ຕ່າງແຂວງ, ປີ້ເດັກນ້ອຍ ແລະ ບໍ່ຮັບສົ່ງປີ້ຄືນ (ຖ້າຕ້ອງການສົ່ງຄືນໃຫ້ໄປສະຖານີນະຄອນຫລວງ ບ້ານໄຊ ເມືອງໄຊທານີ).

- 3 - ຜູ້ຊື້ປີ້ລົດໄຟຢູ່ວຽງຈັນເຊັນເຕີ ຂ້ອງໃຈຫລັງເສຍຄ່າທຳນຽມຊື້ປີ້ເພີ່ມ 20.000 ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!