ອຳນວຍການລັດວິສາຫະກິດໄຟຟ້າລາວ ເນັ້ນໃຫ້ໄຟຟ້າແຂວງຄໍາມ່ວນ ແກ້ພະລັງງານ ຕົກເຮ່ຍທີ່ສູງເຖິງ 12%


ວັນທີ 28 ກຸມພາ 2022 ນີ້, ທີ່ສໍານັກງານ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄໍາມ່ວນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຢໍ້າ ໃຫ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ເອົາໃຈໃສ່ ແກ້ໄຂບັນຫາພະລັງງານໄຟຟ້າຕົກເຮ່ຍ ເພື່ອການບໍລິຫານ-ຈັດການ ພະລັງງານໄຟຟ້າທີ່ມີປະສິດທິຜົນ.
ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການປະຕິຮູບ ການດຳເນີນທຸລະກິດ ຂອງ ຟຟລ ທີ່ຈໍາເປັນຕ້ອງປະຕິຮູບການບໍລິຫານ-ຄຸ້ມຄອງ ຮອບດ້ານ ໃນທຸກຂັ້ນແຕ່ສໍານັກງານໃຫຍ່ ຟຟລ, ສາຂາ ລວມເຖິງ ສູນບໍລິການທົ່ວປະເທດ; ການຊັບຊ້ອນບຸກຂະລາກອນທີ່ຕ້ອງຄັດຈ້ອນເລືອກເຟັ້ນເອົາຄົນທີ່ມີຄວາມຮູ້ ຄວາມສາມາດ ມີຄວາມຮັບຜິດຊອບ, ຖືກວຽກ ຖືກກັບຄວາມຮັບຜິດຊອບ ເພື່ອກ້າວໄປສູ່ການດຳເນີນທຸລະກິດທີ່ມີປະສິດທິຜົນ.
ໃນໂອກາດນີ້ ທ່ານຜູ້ອໍານວຍການໃຫຍ່ ໄດ້ສັງເກດຕີລາຄາຄືນການປະຕິບັດງານຂອງ ຟຟລ ສາຂາແຂວງຄໍາມ່ວນ ທີ່ຕ້ອງຍົກສູງປະສິດທິພາບການບໍລິການສູງ, ຫລຸດຜ່ອນພະລັງງານຕົກເຮ່ຍທີ່ສູງເຖິງ 12%, ແກ້ໄຂບັນຫາໄຟຕົກໄຟມອດ, ການຕິດຕັ້ງ-ສ້ອມແປງ, ວິທີການ-ຂັ້ນຕອນການຄຸ້ມຄອງ ກວດກາຕົວເລກການບັນທຶກຈົດໄຟ, ການກຳນົດໜ່ວຍງານຈົດເລກໜໍ້ນັບໄຟ, ການຄຸ້ມຄອງບຸກຄົນທີ່ດຳເນີນການຈົດໄຟ, ການຕິດຕັ້ງ-ກວດກາຄວາມຖືກຕ້ອງຂອງຕົວເລກພະລັງງານ, ຄວາມໂປ່ງໃສໃນການປະຕິບັດງານ, ການກວດສອບຄຸນນະພາບຂອງອຸປະກອນທີ່ຢູ່ໃນເຂດຮັບຜິດຊອບ.
ສິ່ງສໍາຄັນທີ່ສຸດແມ່ນຕ້ອງຍົກສູງປະສິດທິພາບການຄຸ້ມຄອງ ບໍລິຫານຈັດການ, ປັບປຸງແບບແຜນການເຮັດວຽກ ທີ່ຕ້ອງເຮັດໄປຄຽງຄູ່ກັນລະຫວ່າງ: ມີການຊີ້ນໍາ ກໍ່ຕ້ອງມີການນໍາພາ ເພື່ອແກ້ໄຂທຸກບັນຫາທີ່ເກີດຂື້ນຢ່າງທັນການ ສະໜອງນະໂຍບາຍ ປະຕິຮູບການດຳເນີນທຸລະກິດທີ່ມີປະສິດທິຜົນ.