ແມນຊິຕີ ຈ່າຍຄ່ານັກເຕະຫລາຍທີ່ສຸດ ໃນບັນດາ 6 ທີມໃຫຍ່ໃນພຣີເມຍລີກ
March 8, 2022 - 8:20 AM




ເປີດບິນຄ່າເມື່ອຍທີ່ 6 ສະໂມສອນຊັ້ນນຳໃນພຣີເມຍລີກ ອັງກິດ ຕ້ອງຈ່າຍໃຫ້ກັບນັກເຕະ ໂດຍລະດູການນີ້ ແມນຊິຕີ ເຂົ້າປ້າຍເປັນອັນດັບ 1 ຢູ່ທີ່ 355 ລ້ານປອນຕໍ່ປີ ຕາມລາຍງານຈາກ The Mirror ສື່ຂອງອັງກິດ ເມື່ອວັນອາທິດທີ 6 ມີນາທີ່ຜ່ານມາ.
ແມນເຊສເຕີ ຊິຕີ ມີນັກເຕະລະດັບຊຸບເປີສະຕາຫລາຍຄົນ ໂດຍເວລານີ້ຄົນທີ່ໄດ້ຮັບຄ່າຈ້າງຫລາຍທີ່ສຸດຄື ເຄວິນ ເດິ ບຣອຍ ກອງກາງທີມຊາດເບລຢ້ຽມ ຢູ່ທີ່ 385,000 ປອນ.
ຂະນະທີ່ ເຊລຊີ ຕາມມາເປັນອັນດັບ 2 ຈ່າຍຄ່າເມື່ອຍນັກເຕະລວມກັນ 333 ລ້ານປອນຕໍ່ປີ, ສ່ວນອັນດັບ 3 ເປັນຂອງ ແມນເຊສເຕີ ຢູໄນເຕັດ ຈ່າຍຄ່າເມື່ອຍນັກເຕະລວມກັນ 323 ລ້ານປອນຕໍ່ປີ.
ລາຍຈ່າຍຄ່າເມື່ອຍນັກເຕະຂອງທີມໃຫຍ່ 6 ທີມ ໃນພຣີເມຍລີກລະດູການນີ້ ມີດັ່ງນີ້ :
- ແມນເຊສເຕີ ຊິຕີ້ 355 ລ້ານປອນຕໍ່ປີ
- ເຊລຊີ 333 ລ້ານປອນຕໍ່ປີ
- ແມນເຊສເຕີ ຢູໄນເຕັດ 323 ລ້ານປອນຕໍ່ປີ
- ລິເວີພູລ 314 ລ້ານປອນຕໍ່ປີ
- ອາເຊນອນ 244 ລ້ານປອນຕໍ່ປີ
- ສະເປີ 205 ລ້ານປອນຕໍ່ປີ