ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ - pexels photo 211024 696x371 1 - ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ
ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ - kitchen vibe - ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ຄົນເຮົາບໍ່ວ່າໃຜກໍມັກຈະວິຈານມັກຕຳໜິຄວາມຂາດຕົກບົກພ່ອງຂອງຄົນອື່ນສະເໝີ ແລະ ຖືເປັນເລື່ອງທຳມະຊາດຂອງຄົນເຮົາທີ່ມັກຕຳໜິວິຈານຄົນອື່ນຫລາຍກວ່າຕຳໜິວິຈານຕົນເອງ. ລອງສັງ ເກດເບິ່ງວ່າ ເມື່ອຕຳໜິວິຈານຄົນອື່ນ ຫລາຍກວ່າຕຳນິວິຈານຕົນເອງ ສິ່ງທີ່ຕາມມາກໍຈະເກີດການລະແວງສົງໄສ, ຂາດຄວາມສາມັກຄີ ຂາດຄວາມເຊື່ອໝັ້ນກັນ ບໍ່ວ່າຈະຢູ່ສະຖາບັນຄອບຄົວ ຫລື ຕາມສຳນັກງານທັງໃນພາກລັດ ແລະ ເອກະຊົນ ເປັນຫຍັງຈຶ່ງເປັນແນວນີ້?

ມີຫລາຍທັດສະນະບອກວ່າ: ກ່ອນອື່ນ ຕ້ອງເບິ່ງຕົນເອງ ຫລື ໃຫ້ຫັນມາພິຈາລະນາຕົນເອງເປັນອັນດັບທຳອິດ ເຊິ່ງເມື່ອໃດເຮົາຍັງບໍ່ຮູ້ຈັກຈັກຕົນເອງດີພໍແລ້ວ, ຊີວິດຂອງເຮົາຈະມີແຕ່ຄວາມວຸ້ນ ວາຍສັບສົນໃນຈິດໃນໃຈ ແບບວ່າ ກືນກໍບໍ່ເຂົ້າ ຄາຍກໍບໍ່ອອກ ແລະ ໃນທີ່ສຸດ, ຄວາມເດືອດຮ້ອນ ນາໆປະການ ກໍຈະມາຄວບຄຸມຈົນຂາດຄວາມເຊື່ອໝັ້ນຕົນເອງ.

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ - Visit Laos Visit SALANA BOUTIQUE HOTEL - ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ດ້ວຍເຫດນີ້, ການຄິດແຕ່ຕຳໜິວິ ຈານ ຫລື ຖິ້ມໂທດຜູ້ອື່ນພຽງຝ່າຍດຽວນັ້ນຈະເຮັດໃຫ້ຜູ້ອື່ນຂາດຄວາມສັດທາ, ບໍ່ເຄົາລົບນັບຖືນຳ ໄປສູ່ການຖືກຜູ້ອື່ນດູຖູກ ແລະ ຄຽດຊັງ. ເມື່ອມາເຖິງຈຸດນີ້ແລ້ວ, ເຮົາກໍຈົມຢູ່ໃນໂລກແຫ່ງຄວາມດຽວດາຍ ແລະ ມືດມົນ. ແນ່ນອນການບໍ່ຕຳໜິວິຈານຂໍ້ຂາດຕົກບົກພ່ອງນັ້ນໝາຍເຖິງການບໍ່ຢາກປັບປຸງພັດທະນາທັງຕົນເອງ ແລະ ສຳນັກງານກົກມກອງທີ່ຕົນສັງກັດຢູ່, ແຕ່ຖ້າມົວແຕ່ໄປເລາະສືບຫາຄວາມຜິດພາດ ນ້ອຍໆເພື່ອມາຂະຫຍາຍໃຫ້ໃຫຍ່ ຫລື ພະຍາຍາມທີ່ຈະໂຍນຂໍ້ຂາດຕົກບົກ ພ່ອງໃຫ້ຜູ້ອື່ນນັ້ນຈຶ່ງບໍ່ແມ່ນການປັບປຸງ, ບໍ່ແມ່ນພັດທະນາການຂອງມະນຸດທີ່ມີມັນສະໝອງອັນສະ ຫລຽວສະຫລາດ, ແຕ່ກົງກັນຂ້າມພັດເປັນເພັດຊະຄາດ ເປັນເຄື່ອງມືທີ່ບໍ່ດີຂອງບາງບຸກຄົນທີ່ຫວັງທຳລາຍມ້າງເພຄວາມ ສາມັກຄີ, ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃດໜຶ່ງທີ່ໄດ້ຮັບການມອບໝາຍໃຫ້.

ພັກເຮົາໄດ້ລະບຸແຈ້ງເຖິງການສຳຫລວດກວດກາວ່າແມ່ນຫລັກ ການການນຳພາເຊິ່ງການສຳຫລວດກວດການັ້ນຕ້ອງເລີ່ມຈາກເຮົາເອງກ່ອນໝູ່ຢ່າງໜ້ອຍມື້ລະ 5-10 ນາທີ ເພື່ອສຳຫລວດຈຸດບົກພ່ອງທີ່ເຮົາ ແລະ ທີມງານກໍ່ຂຶ້ນ. ພ້ອມນີ້ກໍຕ້ອງພໍໃຈແກ້ໄຂຂໍ້ບົກ ພ່ອງຂອງຕົນທັນທີທັນໃດເຖິງວ່າມັນຈະຍາກແດ່ໜ້ອຍໜຶ່ງຍັງດີກວ່າການໄປຕຳໜິຄວາມບົກພ່ອງຂອງຄົນອື່ນຫລາຍເກີນໄປ.

ການທີ່ຄົນສ່ວນໃຫຍ່ບໍ່ຄ່ອຍວິເຄາະໄຈ້ແຍກຕົນເອງຢ່ງແທ້ຈິງນັ້ນເນື່ອງຈາກມັກຈະເຮັດສິ່ງໃດໜຶ່ງໄປຕາມອາລົມ ແລະ ຄວາມພໍໃຈຂອງຕົນໂດຍບໍ່ຄິດເຖິງຜົນກະທົບຕາມມາ. ເຮົາຮູ້ເຮົາດີທີ່ສຸດຄືຊີ ວິດທີ່ແທ້ຈິງຂອງເຮົາຄືຄວາມພໍໃຈຕໍ່ການເຮັດສິ່ງໃດໜຶ່ງເພື່ອຕອບສະໜອງຕົນເອງ, ຄົນອ້ອມຂ້າງ, ສັງຄົມ, ເມື່ອເຮົາຮູ້ເຮົາດີແລ້ວກໍຈະຮູ້ຈຸດບົກພ່ອງແລ້ວຮີບຟ້າວປັບປຸງແກ້ໄຂໂດຍຕົນເອງ ຫລື ໃຫ້ຜູ້ທີ່ເຮົາໄວ້ເນື້ອເຊື່ອໃຈຊ່ວຍບອກທິດບອກທາງໃຫ້. ການຮູ້ຈັກວິເຄາະໄຈ້ແຍກໂຕຕົນທີ່ແທ້ຈິງຂອງເຮົາເອງຈະຊ່ວຍໃຫ້ສາມາດປັບປຸງແນວຄິດ, ການກະທຳໃຫ້ເຂົ້າກັບສັງຄົມ ແລະ ສະພາບແວດ ລ້ອມໄດ້ຢ່າງມີຄວາມສຸກບໍ່ວ່າຈະຈິດໃຈ ກາຍ ແລະ ວາຈາ.

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ - 4 - ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!