ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money

ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money - 920ae3bf 58f7 4fa0 a640 bbf106c8ab91 - ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money
ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money - kitchen vibe - ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money

ວັນທີ 14 ມີນາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໄດ້ຈັດກອງປະຊຸມຮັບຟັງການນໍາສະເໜີລະບົບການຊໍາລະພາສີ-ອາກອນຜ່ານລະບົບມືຖື M-Money, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ພ້ອມດ້ວຍຄະນະຜູ້ພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money, ຜູ້ຕາງໜ້າຈາກກົມເຕັກໂນໂລຊີຂໍ້ມູນຂ່າວ ສານການເງິນ, ກົມພາສີ, ກົມສ່ວຍສາອາກອນ, ຄັງເງິນແຫ່ງຊາດ ກະຊວງການເງິນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີກ່ຽວກັບຄວາມຄືບໜ້າການພັດທະນາການພັດທະນາລະບົບການຊຳລະພາສີ-ອາກອນ, ຄ່າທຳນຽມ-ຄ່າບໍລິການ, ເບີກຈ່າຍງົບປະມານແຫ່ງລັດຜ່ານລະບົບມືຖື (M-Money) ແລະ ວິດີໂອການພັດທະນາຂອງລະບົບດັ່ງກ່າວ, ຊຶ່ງພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບກຸ່ມບໍລິສັດລາວໂທລະຄົມ ຄັ້ງວັນທີ 05 ພະຈິກ 2021.

ກົມສ່ວຍສາອາກອນ ໄດ້ສົມທົບກັບກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກົມພາສີ ແລະ ຄັງເງິນແຫ່ງຊາດ ເຮັດວຽກຮ່ວມກັບບໍລິສັດ ລາວໂມບາຍມັນນີ ຈໍາກັດ (LMM) ໃນການຕິດຕາມການພັດທະນາລະບົບຊໍາລະຜ່ານມືຖື (M-Money) ເພື່ອໃຫ້ສາມາດເຊື່ອມຕໍ່ຫາລະບົບ Easy Tax TaxRIS ແລະ RTIS ຂອງກະຊວງການເງິນໄດ້, ຊຶ່ງມາຮອດ ປັດຈຸບັນບໍລິສັດຜູ້ພັດທະນາ (LMM) ໄດ້ສໍາເລັດການພັດທະນາການເຊື່ອມຕໍ່ຫາລະບົບ Easy Tax, TaxRIS ແລະ ສໍາ ເລັດການພັດທະນາບົດລາຍງານ ແລະ ການສະແດງຜົນ Dashboard ຕາມຄວາມຕ້ອງການຂອງກົມສ່ວຍສາອາກອນ ແລະ ໄດ້ສຳເລັດລົງສໍາຫຼວດເກັບກໍາຂໍ້ມູນຕົວຈິງ, ຈຸດພິກັດແຕ່ລະຈຸດ ແລະ ທີ່ຕັ້ງຂອງບັນດາຫົວໜ່ວຍຈຸນລະວິສາຫະກິດໄດ້ທັງໝົດ 19 ຈຸດ ແລະ ຫົວໜ່ວຍຄ່າເຊົ່າ 1 ຈຸດ.

ການພັດທະນາການພັດທະນາລະບົບການຊຳລະພາສີ-ອາກອນ, ຄ່າທຳນຽມ-ຄ່າບໍລິການ, ເບີກຈ່າຍງົບປະມານແຫ່ງລັດຜ່ານລະບົບມືຖື (M-Money) ເປັນອີກບາດກ້າວໃນການຫັນການຊຳລະພັນທະຂະແໜງການເງິນໃນຮູບແບບ ໃໝ່ຜ່ານ M-Money ກະເປົາເງິນເທິງມືຖືເຂົ້າໃນວຽກງານຂອງລັດ, ທັງເປັນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ, ຫຼຸດຜ່ອນການນຳໃຊ້ເງິນສົດເຂົ້າໃນການເກັບລາຍຮັບພາສີອາກອນ ແລະ ລາຍຈ່າຍຂະ ແໜງການເງິນແຫ່ງລັດຂອງກະຊວງການເງິນ, ຊຶ່ງເປັນເຄື່ອງມືທາງດ້ານການເງິນອັນໜຶ່ງທີ່ຈະເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມໂປ່ງໃສໃຫ້ແກ່ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດໃຫ້ບັນລຸຕາມແຜນການ ລວມເຖິງການເບີກຈ່າຍງົບປະມານແຫ່ງລັດຕ່າໆໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ກວດສອບໄດ້.

ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money - 5 - ຮັບຟັງສະເໜີການພັດທະນາລະບົບຊໍາລະພາສີ-ອາກອນຜ່ານ M-Money
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!