ເບັກແຮມ ຍົກໄອຈີສ່ວນຕົວໃຫ້ຫມໍຢູເຄຣນ ໃຊ້ເຜີຍແຜ່ການເຮັດວຽກທ່າມກາງສົງຄາມ




ເດວິດ ເບັກແຮມ ຕຳນານນັກເຕະ ແມນເຊສເຕີ ຢູໄນເຕັດ ແລະ ທີມຊາດອັງກິດ ມອບອິນສະຕາແກຣມສ່ວນຕົວໃຫ້ຫມໍຊາວຢູເຄຣນ ໃຫ້ນຳໄປໃຊ້ເປັນເວລາຫນຶ່ງມື້ ເພື່ອເຜີຍແຜ່ການເຮັດວຽກທ່າມກາງສົງຄາມ.
ໃນວັນທີ 20 ມີນາທີ່ຜ່ານມາ ໃນສະຕໍຣີໄອຈີຂອງ ເບັກແຮມ ທີ່ມີຜູ້ຕິດຕາມ 71,6 ລ້ານຄົນ ເຕັມໄປດ້ວຍວີດີໂອ ແລະ ພາບຖ່າຍຂອງ ດຣ ໄອຣີນາ ຫົວຫນ້າສູນປິ່ນປົວສຳລັບເດັກໃນຢູເຄຣນ ເຊິ່ງເຮັດວຽກຕະຫລອດຫມົດມື້ທ່າມກາງຄວາມຂັດແຍ່ງຂອງສົງຄາມລະຫວ່າງຣັສເຊຍ ກັບ ຢູເຄຣນ.
ໃນວີດີໂອ ແລະ ພາບສ່ວນທີ່ ດຣ ໄອຣີນາ ເຜີຍແຜ່ອອກມານັ້ນຜູ້ຄົນຈະໄດ້ເຫັນເຖິງຊັ້ນໃຕ້ດິນທີ່ເຕັມໄປດ້ວຍຜູ້ຍິງທີ່ພວມຖືພາ ແລະ ແມ່ຂອງລູກທີ່ຫາກໍເກີດ ເຊິ່ງຕ້ອງອົບພະຍົບຍ້າຍອອກຈາກບ້ານຫລັງຈາກການບຸກວັນທຳອິດຂອງກອງກຳລັງທະຫານຣັສເຊຍ ລວມເຖິງເດັກເກີດໃຫມ່ໃນຫ້ອງມໍລະສຸມ ເຊິ່ງພວກເຂົາອາໄສເຄື່ອງກຳເນີດອົກຊີແຊນທີ່ກອງທຶນເພື່ອເດັກແຫ່ງສະຫະປະຊຊາດ ( ຢູນີເຊບ ) ບໍລິຈາກໃຫ້ເປັນຕົ້ນ.
ດຣ. ໄອຣີນາ ກ່າວວ່າ ລາວຕ້ອງເຮັດວຽກຕະຫລອດ 24 ຊົ່ວໂມງ ແລະ ອາດຕ້ອງສ່ຽງເສຍຊີວິດ ແຕ່ລາວ ແລະ ທີມຫໍຄົນອື່ນໆບໍ່ໄດ້ຄິດເຖິງເລື່ອງດັ່ງກ່າວແຕ່ຢ່າງໃດ.
ຫລ້າສຸດ ເບັກແຮມ ເຊິ່ງເຮັດຫນ້າທີ່ເປັນທູດຂອງ ຢູນີເຊບ ໄດ້ເຜີຍເຫດຜົນທີ່ມອບບັນຊີໃຫ້ ໄອຣີນາ ໄປໃຊ້ງານເປັນເວລາຫນຶ່ງມື້ ເນື່ອງຈາກຕ້ອງການຜູ້ຕິດຕາມບໍລິຈາກເງິນເພື່ອການກຸສົົນໃຫ້ກັບອົງການທີ່ພວມເຮັດວຽກຢູ່ໃນຢູເຄຣນ ລວມເຖິງໃຫ້ຄອບຄົວທີ່ເດືອດຮ້ອນໃນປະເທດມີນ້ຳ ແລະ ອາຫານສະອາດ ລວມເຖິງສົ່ງຊຸດອຸປະກອນພ້ອມໃຊ້ໄປຍັງໂຮງຫມໍແມ່ ແລະ ເດັກ ແລະ ຄຸ້ມຄອງຄວາມປອດໄພຂອງເດັກໆຕໍ່ໄປ.