ປີ 2021ນະຄອນຫຼວງວຽງຈັນ ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ

ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ - 272110578 112666564639833 2135499517088380463 n - ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ
ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ - kitchen vibe - ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ

ພັທ ທອງພັນ ທິລະສັກ ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ນວ, ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດປະຈຳປີ 2021 ວັນທີ 18 ມີນາ 2022 ຜ່ານມານີ້ໃຫ້ຮູ້ວ່າ:

ໄລຍະ 1 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສາມາດແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ມີ 22 ຄົນ, ໃນນັ້ນ ສຶກສາອົບຮົມ 18 ຮ້ານ, ດຳເນີນຄະດີ 4 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 6 ຄົນ, ຕໍ່າກວ່າ 18 ປີມີ 14 ຄົນ, ປະສານສົມທົບກັບສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຂັ້ນ ນວ, ຂັ້ນເມືອງ, ຂັ້ນບ້ານ ລົງປະເມີນ ຄອບຄົວແມ່ຍິງທີ່ເປັນກຸ່ມສ່ຽງຈາກການຄ້າ ມະນຸດຈໍາ ນວນ 2 ຄັ້ງ ແລະ ມອບ-ຮັບກັບຄືນສູ່ຄອບຄົວຈໍານວນ 5 ຄົນ ( ຢູ່ເມືອງປາກງື່ມ),
ສຶກສາ ອົບຮົມ ຄອບຄົວຂອງເດັກທີ່ໃຊ້ຄວາມຮຸນແຮງ 2 ຄັ້ງ,

ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ - Visit Laos Visit SALANA BOUTIQUE HOTEL - ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ

ຕິດຕາມຄະດີການຂົ່ມຂືນທຳສຳເລົາເດັກທີ່ສານປະຊາຊົນ ໄດ້ຕັດສິນໄປແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈຳນວນ 7 ຄັ້ງ;
ໃຫ້ຄຳປຶກສາແຮງງານຖືກກັກຕົວ ຢູ່ຈັງຫວັດໜອງຄາຍ (ປະເທດໄທ) ຈໍານວນ 1 ຄັ້ງ
ໄດ້ລົງປະເມີນຄອບຄົວ ກຸ່ມສ່ຽງຈາກການຄ້າມະນຸດຢູ່ ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ຈຳນວນ 4 ຄັ້ງ, ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ມອບຮັບກຸ່ມສ່ຽງຈາກການຄ້າມະນຸດ ຈຳນວນ 8 ຄົນ, ປະສານງານກັບ ພາກສ່ວນກ່ຽວຂ້ອງຕິດຕາມຄະດີ ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 15 ຄັ້ງ, ລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ຢູ່ເມືອງປາກງື່ມ, ເມືອງຫາດຊາຍຟອງ, ຕາມໂຮງງານ ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ.

ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ - 5 - ປີ 2021ນະຄອນຫຼວງວຽງຈັນ  ແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!