ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ

ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ -           7 - ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ
ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ - kitchen vibe - ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ

ວັນທີ 23 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ມຽນມາເລີ່ມດຳເນີນການຜະລິດວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) “ມຽນໂຄຟາມ” (Myancopharm) ຢູ່ບໍລິສັດມຽນມາ ຟາມາຊູຕິຄໍ ອິນດັສຕຣີ (MPI) ໂດຍໄດ້ຮັບການຮ່ວມມືຈາກຈີນ.

ພົນໂທອອງ ລິນ ເດ ເລຂາທິການສະພາບໍລິຫານແຫ່ງລັດ (SAC) ກ່າວວ່າ: ມຽນມາໄດ້ທົດລອງໃຊ້ ແລະ ຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ພາຍໃນປະເທດຮ່ວມກັບບໍລິສັດຊິໂນຟາມ ຊີເອັນບີຈີ (Sinopharm CNBG).

ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ - Visit Laos Visit SALANA BOUTIQUE HOTEL - ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ

“ມຽນມາໄດ້ຮັບເຕັກໂນໂລຊີສຳລັບການຜະລິດວັກຊີນ ແລະ ການໃຊ້ເງິນຕາຕ່າງປະເທດຈະຫລຸດລົງ ຫລັງຈາກດຳເນີນການຜະລິດວັກຊີນ ມຽນໂຄຟາມໃນປະເທດສຳເລັດ” ພົນໂທອອງ ກ່າວ.

ທ່ານ ເສິນໄຫ່ ເອກອັກຄະລັດຖະທູດຈີນປະຈຳມຽນມາ ກ່າວວ່າ: ໂຮງງານຜະລິດວັກຊີນຊະນິດພ້ອມບັນຈຸຈາກການຮ່ວມມືຂອງຊີໂນຟາມກັບມຽນມາ ຖືເປັນໂຮງງານຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງທຳອິດຂອງບໍລິສັດຊີໂນຟາມທີ່ເປີດນຳໃຊ້ຢ່າງເປັນທາງການໃນພາກພື້ນອາຊີ-ປາຊີຟິກ ເຊິ່ງຈະຊ່ວຍມຽນມາເສີມສ້າງຄວາມສາມາດໃນການຜະລິດວັກຊີນຂອງຕົນເອງ.

ທ່ານ ຊາລີ ທານ ລັດຖະມົນຕີກະຊວງອຸດສາຫະກຳມຽນມາ ກ່າວວ່າ: ກະຊວງອຸດສາຫະກຳ ແລະ ຊີໂນຟາມ ຊີເອັນບີຈີ ຮ່ວມລົງນາມຂໍ້ຕົກລົງຈັດຊື້ວັດຊີນຊະນິດພ້ອມບັນຈຸສຳລັບການຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ໃນມຽນມາເມື່ອວັນທີ 22 ທັນວາ 2021.

ທ່ານ ທານ ເນັ້ນວ່າ: ກະຊວງອຸດສາຫະກຳຈະດຳເນີນການຜະລິດວັກຊີນ 1 ລ້ານໂດສຕໍ່ເດືອນ ພ້ອມຕັ້ງເປົ້າການຜະລິດທີ່ 10 ລ້ານໂດສສຳລັບປີງົບປະມານ 2022-2023 ໂດຍວັກຊີນຈະຖືກຈັດສັນໃຫ້ກະຊວງສາທາລະນະສຸກມຽນມານັບແຕ່ເດືອນເມສາເປັນຕົ້ນໄປ.

ກະຊວງສາທາລະນະສຸກລະບຸວ່າ: ມຽນມາດຳເນີນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນແລ້ວຫລາຍກວ່າ 21,6 ລ້ານຄົນທົ່ວປະເທດ ໄລ່ຮອດວັນທີ 19 ມີນາ.

ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ - 3 - ມຽນມາ ຈັບມື ຈີນ ຜະລິດວັກຊີນປ້ອງກັນໂຄວິດ-19 “ມຽນໂຄຟາມ” ໃນປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!