ນັກແລ່ນສາວລີ້ໄພຈາກ ຢູເຄຣນ ຄວ້າແຊ໊ມມາຣາທອນທີ່ອິສສະຣາເອລ




ນັກແລ່ນສາວຈາກ ຢູເຄຣນ ທີ່ຫາກໍຫອບລູກສາວອົບພະຍົບຫນີວິກິດສົງຄາມໃນບ້ານເກີດມາບໍ່ດົນ ສະແດງຄວາມເກັ່ງຄວ້າແຊ໊ມແລ່ນມາລາທອນທີ່ອິສສະຣາເອລມາຄອງ.
ວາເລນຕີນາ ເວເຣດສະກາ ນັກແລ່ນສາວ ຢູເຄຣນ ທີ່ຕ້ອງລີ້ໄພສົງຄາມຈາກບ້ານເກີດຕົວເອງມາຢູ່ຕ່າງແດນ ຄວ້າແຊ໊ມມາຣາທອນລາຍການເຢຣູຊາເລມ ມາຣາທອນ ທີ່ອິສສະຣາເອລ ໂດຍເຮັດເວລາໄປ 2 ຊົ່ວໂມງ 45 ນາທີ ວິນາທີ.
ເວລານີ້ຢູເຄຣນພວມປະເຊີນກັບວິກິດສົງຄາມທີ່ຖືກຣັສເຊຍສົ່ງກອງກຳລັງທະຫານຮຸກຮານໃສ່ ເຊິ່ງ ເວເຣດສະກາ ອາຍຸ 31 ປີ ຕ້ອງພາລູກສາວຫນີໄພຈາກບ້ານເກີດຂ້າມໄປຍັງໂປແລນ ກ່ອນຈະມາປັກຫລັກຢູ່ທີ່ອິສສະຣາເອລໃນເວລານີ້ ຂະນະທີ່ສາມີຕັດສິນໃຈເຂົ້າຮ່ວມກອງກຳລັງເພື່ອສູ້ຮົບປ້ອງກັນປະເທດ.
ໂດຍໃນລາຍການເຢຣູຊາເລມ ມາຣາທອນ ມີນັກແລ່ນຈາກຢູເຄຣນເຂົ້າຮ່ວມປະມານ 40 ຄົນ ຈາກຳຈຳນວນຜູ້ລີ້ໄພເຂົ້າປະເທດຫລາຍກວ່າ 16,800 ຄົນ ເຊິ່ງເວເຣສສະກາ ຄວ້າແຊ໊ມດັ່ງກ່າວເປັນລາຍການທີ 2 ໃນຊີວິດ ຕໍ່ຈາກການແຂ່ງຂັນທີ່ ແອລເບເນຍ ເມື່ອເດືອນຕຸລາ 2021.