ໂປເຊັດຕີໂນ ເຂົ້າພົບຄະນະບໍລິຫານແມນຢູ ຕໍ່ຈາກ ເທນ ຮາກ




ອີກຫນຶ່ງຕົວເລືອກຜູ້ຈັດການທີມຂອງ ແມນເຊສເຕີ ຢູໄນເຕັດ ເຂົ້າພົບຄະນະບໍລິຫານ ຕໍ່ຈາກ ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ທີ່ສະແດງວິໃສທັດແຜນການຄຸມທີມໄປກ່ອນຫນ້ານີ້.
ເມົາຣີຊີໂປ ໂປເຊັດຕີໂນ ຜູ້ຈັດການຊາວອາເຈນຕີນາ ຂອງ ປາຣີສ ແຊັງ ແຊັກແມັງ ມະຫາອຳນາດແຫ່ງ ລີກເອິງ ຝຣັ່ງ ທີ່ຖືເປັນອີກຫນຶ່ງຕົວເລືອກຄຸມທີມ ແມນເຊສເຕີ ຢູໄນເຕັດ ເຂົ້າພົບກັບຄະນະບໍລິຫານເປັນທີ່ຮຽບຮ້ອຍແລ້ວ.
ເມົາຣີຊີໂອ ໂປເຊັດຕີໂນ ເຂົ້າມາສຳພາດເພື່ອຊີງຕຳແຫນ່ງຜູ້ຈັດການຍອດທີມແຫ່ງເມືອງ ແມນເຊສເຕີ ຕໍ່ຈາກ ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ຂອງອາແຈັກ ອຳເຕີດຳ ທີ່ໄດ້ສະແດງວິໃສທັດແຜນການຄຸມທີມໄປກ່ອນຫນ້ານີ້ ຈົນເປັນຂ່າວຫນ້າພໍໃຈຂອງຄະນະບໍລິຫານ.
ທັງນີ້ ເຖິງຈະຍັງບໍ່ຈະແຈ້ງວ່າຄະນະບໍລິຫານຂອງສະໂມສອນຈະເລືອກໃຜເປັນຜູ້ຈັດການທີມ ແຕ່ຈາກການທີ່ມີຜູ້ຈັດການທີມຕົວເລືອກເຂົ້າມາສຳພາດແລ້ວ 2 ຄົນ ຫນ້າຈະເຮັດໃຫ້ເລີ່ມທິດທາງແມ່ທັບຄົນໃຫມ່ຂອງທີມຫລາຍຂຶ້ນ ແລະ ມີໂອກາດຫລາຍທີ່ສະໂມສອນຈະປະກາດຢືນຢັນໃນໄລຍະ 2-3 ອາທິດຂ້າງຫນ້າ.