ອົງການອະນາໄມໂລກຊີ້ “ໂຄວິດ-19” ອາດກາຍພັນອີກ ແຕ່ອັນຕະລາຍໜ້ອຍລົງ


ວັນທີ 30 ມີນາ 2022, ທ່ານ ທີໂດສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ: ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ARS-CoV-2) ເຊິ່ງກໍ່ໃຫ້ເກີດພະຍາດໂຄວິດ-19 ມີທ່າອ່ຽງເກີດການກາຍພັນອີກ ເນື່ອງຈາກຍັງເກີດການແພ່ລະບາດທົ່ວໂລກ, ແຕ່ຈະມີຄວາມຮຸນແຮງຫລຸດລົງ ເນື່ອງຈາກພູມຕ້ານທານທີ່ຄົນໄດ້ຮັບຈາກການສັກວັກຊີນ ແລະ ຈາກການຕິດເຊື້ອ.
ທ່ານ ທີໂດສ ຍົກຕົວຢ່າງ 3 ສະຖານະການທີ່ເປັນໄປໄດ້ວ່າ: ການແພ່ລະບາດຈະດຳເນີນໄປແນວໃດໃນປີນີ້ ໂດຍທ່ານເຕືອນວ່າ: ອາດມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນ ເມື່ອພູມຕ້ານທານຫລຸດລົງ ເຊິ່ງອາດຕ້ອງມີການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໂດສກະຕຸ້ນໃຫ້ປະຊາກອນກຸ່ມສ່ຽງເປັນໄລຍະ.
ທ່ານ ທີໂດສ ລະບຸວ່າ: ສະຖານະການໃນແງ່ດີທີ່ສຸດ ອາດມີເຊື້ອໄວຣັສໂຄໂຣນາຊະນິດກາຍພັນໃໝ່ໆທີ່ຮຸນແຮງໜ້ອຍກວ່າເກີດຂຶ້ນ ແລະ ບໍ່ຈຳເປັນຕ້ອງໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ໂດສກະຕຸ້ນ ຫລື ວັກຊີນສູດໃໝ່ໆ.
ສຳລັບສະຖານະການໃນແງ່ຮ້າຍທີ່ສຸດ ອາດເກີດເຊື້ອໄວຣັສໂຄໂຣນາຊະນິດກາຍພັນທີ່ຮຸນແຮງຫລາຍຂຶ້ນ ແລະ ແພ່ເຊື້ອໄດ້ສູງ ແລະ ເຮັດໃຫ້ການປ້ອງກັນພະຍາດທີ່ຮ້າຍແຮງ ແລະ ການເສຍຊີວິດຂອງຄົນ ບໍ່ວ່າຈະຈາກການສັກວັກຊີນ ຫລື ການຕິດເຊື້ອກ່ອນໜ້ານີ້ຈະຫລຸດລົງຢ່າງວ່ອງໄວ.
ທ່ານ ທີໂດສ ເນັ້ນຄຳແນະນຳຂອງທ່ານໃຫ້ຫລາຍປະເທດທົ່ວໂລກຢັບຢັ້ງການແພ່ລະບາດໄລຍະຮ້າຍແຮງໃນປີ 2022 ໂດຍການດຳເນີນງານອັນດັບທຳອິດຄວນເປັນການເຝົ້າລະວັງທາງຫ້ອງປະຕິບັດການ ແລະ ຂໍ້ມູນຂ່າວສານສາທາລະນະສຸກ, ອັນດັບທີສອງເປັນການສັກວັກຊີນ, ມາດຕະການທາງສາທາລະນະສຸກ ແລະ ສັງຄົມ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ອັນດັບຕໍ່ມາເປັນການເບິ່ງແຍງທາງຄລີນິກສຳລັບພະຍາດໂຄວິດ-19 ແລະ ລະບົບສຸຂະພາບທີ່ຫົດຢືດ ແລະ ອັນດັບທີສີ່ ໄດ້ແກ່ການວິໄຈ ແລະ ພັດທະນາ, ການເຂົ້າເຖິງເຄື່ອງມື ແລະ ອຸປະກອນຢ່າງເທົ່າທຽມ. ສຸດທ້າຍຄືການປະສານງານເມື່ອການຕອບສະໜອງປ່ຽນຈາກຮູບແບບສຸກເສີນໄປເປັນການກຳຈັດພະຍາດລະບົບທາງເດີນຫາຍໃຈໃນໄລຍະຍາວ.
ທ່ານ ທີໂດສ ເນັ້ນວ່າ: ການສັກວັກຊີນປ້ອງກັນຢ່າງເທົ່າທຽມຍັງເປັນແນວທາງທີ່ມີປະສິດທິພາບຫລາຍທີ່ສຸດໃນການຊ່ວຍຊີວິດປະຊາຊົນ. ເຖິງຢ່າງໃດກໍດີ, ຂະນະທີ່ປະເທດທີ່ມີລາຍໄດ້ສູງເລີ່ມສັກວັກຊີນເຂັມສີ່ໃຫ້ປະຊາກອນຂອງຕົນ ຍັງມີປະຊາຊົນທີ່ຍັງບໍ່ໄດ້ສັກວັກຊີນໂດສທຳອິດສູງເຖິງ 1 ໃນ 3 ຂອງປະຊາກອນໂລກ ເຊິ່ງລວມເຖິງ 83% ຂອງປະຊາກອນໃນອາຟຣິກາ.
ທ່ານ ທີໂດສ ກ່າວອີກວ່າ: ບັນຫາເບື້ອງຕົ້ນເປັນທີ່ຍອມຮັບບໍ່ໄດ້ ໂດຍທ່ານໃຫ້ຄຳໝັ້ນຈະຮັກສາຊີວິດຄົນຜ່ານການຮັບຮອງວ່າທຸກຄົນຈະເຂົ້າເຖິງການກວດພະຍາດ, ການປິ່ນປົວ ແລະ ວັກຊີນປ້ອງກັນພະຍາດ.