ປະກາດບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາ ແລະ ຄະນະໜ່ວຍພັກອົງການໄອຍະການປະຊາຊົນສູງສຸດ
April 4, 2022 - 11:24 AM

ໃນວັນທີ 4 ເມສາ 2022 ນີ້ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ໂດຍການເປັນປະທານຂອງ ສະຫາຍ ບຸນທັນ ບຸນທະວີໄລ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ບັນດາເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ຜູ້ທີ່ຖືກບົ່ງຕົວແຕ່ງຕັ້ງ ເຂົ້າຮ່ວມ.
ໃນວາລະດັ່ງກ່າວ, ສະຫາຍ ຈັນທະບູນ ເພັງຄຳໃສ ຫົວໜ້າກົມຈັດຕັ້ງ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ອົງການໄອຍະການປະຊາ ຊົນສູງສຸດ ຕາມມາດຕາທີ 13 ຂອງກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໂດຍໄດ້ຕົກລົງບົ່ງຕົວແຕ່ງຕັ້ງສະຫາຍ ສຸດສະກະ ບຸນມະນິດ ເປັນເລຂາໜ່ວຍພັກ ກົມແຜນການ ແລະ ຮ່ວມມືຕ່າງປະເທດ, ສະຫາຍ ອຳພອນ ເທບພາວັນ ເປັນຮອງເລຂາໜ່ວຍພັກ ກົມກວດກາ, ສະຫາຍ ບົວຄຳ ສຸວັນຄຳ ເປັນຮອງເລຂາໜ່ວຍພັກ ກົມຕິດຕາມກວດກາດຳເນີນຄະດີແພ່ງ, ສະຫາຍ ສັນຕິພາບ ທາວົງໄຊ ເປັນຄະນະໜ່ວຍພັກ ກົມກວດກາ, ສະຫາຍ ທອງວັນ ແກ້ວວິໄລ ເປັນຄະນະໜ່ວຍພັກ ກົມຕິດຕາມກວດກາການດຳເນີນຄະດີແພ່ງ, ສະຫາຍ ສີບຸນຊົມ ບູລົມ ເປັນຄະນະໜ່ວຍພັກຫ້ອງການ, ສະຫາຍ ນາງ ເພັດພູວອນ ແສນສີ ເປັນຮອງເລຂາໜ່ວຍພັກ ກົມຕິດຕາມກວດກາຄ້າຍຄຸມຂັງ – ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ.
ໃນໂອກາດດັ່ງກ່າວ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄຳເຫັນໂອ້ລົມວ່າ ການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ສະມາຊິກພັກ ອົງຄະ ນະພັກອົງ ການໄອຍະການປະຊາຊົນສູງສຸດ ຄັ້ງທີ V, ເປັນການຈັດຕັ້ງປະຕິບັດຕາມການຕົກລົງຂອງຄະນະປະຈຳພັກ ຄະນະບໍລິຫານງານພັກ ເຂົ້າສູ່ຊີວິດຕົວຈິງ, ເປັນການປັບປຸງ, ກໍ່ສ້າງການຈັດຕັ້ງພັກ ຢູ່ອົງການໄອຍະການປະຊາຊົນສູງສຸດ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເປັນແກນນຳໃນລະບົບການເມືອງ, ນຳພາວຽກ ງານໄອຍະການປະຊາຊົນ ມີຜົນສຳເລັດ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ, ທີ່ບັນດາສະຫາຍ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງ ໃຫ້ໜ່ວຍພັກ, ບັນດາສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຊີ້ນຳ-ນຳພາ, ກໍ່ສ້າງ ແລະ ປັບປຸງການຈັດຕັ້ງພັກ, ເຊີດຊູນ້ຳໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການນຳພາ-ຊີ້ນຳຂົງເຂດວຽກງານຕາມພາລະບົດບາດຂອງກົມກອງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ ໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນ ໃຫ້ຖືກຕ້ອງສອດ ຄ່ອງກັບໜ້າທີ່ວິຊາສະເພາະຕົວຈິງ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕ ເຮັດວຽກເປັນໝູ່ຄະນະ ມີຄວາມຮັບຜິດຊອບສູງ, ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນຍິ່ງໆຂຶ້ນ ຢ່າງບໍ່ຢູດຢັ້ງ.

ຂ່າວ: ສຸກ ອອປສ