ວາງແຜນການຖືພາສຳລັບຄົນມີລູກຍາກ

ເມື່ອມີຄອບຄົວ ຄວາມຕ້ອງການມີລູກເພື່ອມາຕື່ມເຕັມໃຫ້ເປັນຄອບຄົວໃຫ້ສົມບູນ ຈຶ່ງເປັນເລື່ອງທີ່ຫລາຍຄົນຄາດຫວັງ, ແຕ່ອີກຫລາຍຄອບຄົວກໍປະສົບບັນຫາການມີລູກຍາກ ເຊິ່ງເປັນບັນຫາທີ່ພົບຫລາຍໃນຄູ່ຜົວເມຍຍຸກໃໝ່. ດັ່ງນັ້ນ, ການຮູ້ເທົ່າທັນ ແລະ ວາງແຜນຊີວິດຄູ່ໃນເລື່ອງການຖືພາ ຈຶ່ງເປັນສິ່ງສຳຄັນ ເພາະຈະໄດ້ຈັດການໄດ້ຢ່າງເໝາະສົມ ບໍ່ຕ້ອງເສຍໃຈກັບຄຳວ່າ ຊ້າເກີນໄປທີ່ຈະຖືພາ.
ບັນຫາການມີລູກຍາກ Infertility ໝາຍເຖິງ ເມື່ອຄູ່ຜົວເມຍທີ່ມີຄວາມສຳພັນທາງເພດເປັນປົກກະຕິ ເປັນເວລາ 12 ເດືອນຂຶ້ນໄປ ແລ້ວຍັງບໍ່ມີການຖືພາເກີດຂຶ້ນ ຫລື 6 ເດືອນຂຶ້ນໄປ ຖ້າຝ່າຍຍິງອາຍຸຫລາຍກ່ວາ 35 ປີ ໂດຍໃນລະຫ່ວາງນີ້ບໍ່ມີການໃຊ້ຢາຄຸມກຳເນີດໃດໆ ບາງຄົນອາດເຄີຍມີລູກມາແລ້ວ ມີຄວາມປະສົງຢາກຈະມີລູກໃໝ່ ແລະ ໄດ້ພະຍາຍາມຢູ່ດົນກ່ວາ 1 ປີ ກໍຍັງບໍ່ສຳເລັດ ກຸ່ມນີ້ຖືວ່າເປັນກຸ່ມຄົນມີລູກຍາກຄືກັນ ຕ້ອງພິຈາລະນາກວດຫາສາເຫດ ແລະ ແກ້ໄຂ ໂດຍປັດໄຈສຳຄັນທີ່ເຮັດໃຫ້ແມ່ຍິງຖືພາຍາກຂຶ້ນເມື່ອອາຍຸຫລາຍຂຶ້ນ ລວມເຖິງໂອກາດທີ່ຖືພາຈົນກະທັ້ງເກີດລູກນັ້ນມາຈາກຄຸນນະພາບຂອງໄຂ່ເປັນຫລັກ ເພື່ອຄວາມເຂົ້າໃຈທີ່ດີຍິ່ງຂຶ້ນ ເຮົາອາດຕ້ອງເຮັດຄວາມເຂົ້າໃຈກ່ຽວກັບກົນໄກໃນການປະຕິສົນທິຂອງແຊນສືບພັນ (ໄຂ່ ແລະ ຕົວອະສຸຈິ) ດັ່ງນີ້ : ແຊນຮ່າງກາຍປະກອບດ້ວຍໂກຣໂມໂຊມທັງໝົດ 46 ຊິ້ນສ່ວນ ຫລື 23 ຄູ່ ການທີ່ເດັກມືນຕາເບິ່ງໂລກນັ້ນມີຈຸດເລີ່ມຕົ້ນຈາກແຊນສືບພັນຂອງພໍ່ແມ່ ເຊິ່ງແຊນສືບພັນນີ້ກໍຈະນຳເອົາສານພັນທຸກຳຂອງພໍ່ ແລະ ແມ່ໄປລວມກັນເກີດຂຶ້ນເປັນຊີວິດໃໝ່ຂຶ້ນມາ ກົນໄກການແບ່ງໂກຣໂມໂຊມຈາກ 46 ຊິ້ນສ່ວນໃນແຊນຮ່າງກາຍປົກກະຕິໄປເປັນ 23 ຊິ້ນສ່ວນໃນໄຂ່ນັ້ນ ບໍ່ໄດ້ສົມບູນແບບທຸກເທື່ອ ໝາຍຄວາມວ່າ ໃຂ່ບາງໜ່ວຍອາດແບ່ງໂກຣໂມໂຊມໄດ້ 23 ຊິ້ນສ່ວນ ຫລື ອາດຫລາຍໄປເປັນ 24 ຊິ້ນສ່ວນ ຫລື ອາດຂາດໄປເຫລືອແຕ່ 22 ຊິ້ນສ່ວນ. ດັ່ງນັ້ນ ເມື່ອໄຂ່ໜ່ວຍທີ່ມີຈຳນວນໂກຣໂມໂຊມບໍ່ປົກກະຕິ ເຖິງຈະໄປປະສົມກັບອະສຸຈິທີ່ມີຈຳນວນໂກຣໂມໂຊມປົກກະຕິ ໂຕອ່ອນທີ່ເກີດມາຈະມີຈຳນວນໂກຣໂມໂຊມບໍ່ປົກກະຕິ ອາດຫລາຍກ່ວາ ຫລື ໜ້ອຍກ່ວາ 46 ຊິ້ນສ່ວນ ເຮັດໃຫ້ໂຕອ່ອນສະແດງຄວາມຜິດປົກກະຕິໃນຫລາຍຮູບແບບ ໄດ້ແກ່ : ໂຕອ່ອນຢຸດການແບ່ງແຊນຕັ້ງແຕ່ຍັງບໍ່ຝັງໂຕ, ໂຕອ່ອນຝັງໂຕບໍ່ໄດ້, ໂຕອ່ອນຝັງໂຕໄດ້ແຕ່ບໍ່ສາມາດສ້າງອະໄວຍະວະ ແລະ ເນື້ອເຍື່ອໄດ້ຕາມປົກກະຕິ ຫລື ຖືພານອກມົດລູກ, ໂຕອ່ອນຝັງໂຕໄດ້ແຕ່ຫລຸລູກໃນໄລຍະເວລາຕໍ່ມາ ຫລື ໂຕອ່ອນເຕີບໃຫຍ່ຈົນເກີດອອກມາ ແຕ່ມີຄວາມຜິດປົກກະຕິທາງຮ່າງກາຍ ຫລື ສະຕິປັນຍາ.
ເຊິ່ງອັດຕາຄວາມຄາດເຄື່ອນຂອງອັດຕາໂກຣໂມໂຊມໃນໄຂ່ຈະເພີ່ມສູງຂຶ້ນ ເມື່ອແມ່ຍິງອາຍຸຫລາຍຂຶ້ນໃນແຕ່ລະປີ ຈຶ່ງເຮັດໃຫ້ແມ່ຍິງທີ່ມີອາຍຸຫລາຍຖືພາຍາກ, ພະລັງງານໃນແຊນໄຂ່ຈະດ້ອຍລົງເລື້ອຍໆ ເຊິ່ງເປັນປັດໄຈທີ່ເຮັດໃຫ້ການແບ່ງແຊນຂອງໂຕອ່ອນມີປະສິດທິພາບດ້ອຍລົງ, ແບ່ງແຊນໄດ້ຊ້າ, ມີໂອກາດຫລຸລູກສູງຂຶ້ນ ແລະ ມີໂອກາດເກີດລູກທີ່ເປັນປັນຍາອ່ອນຕາມອາຍຸທີ່ຫລາຍຂຶ້ນ, ໂຕເລກການຖືພາຈຶ່ງຫລຸດຕ່ຳລົງຢ່າງຕໍ່ເນື່ອງ.
ການໄປພົບທ່ານໝໍເພື່ອເລີ່ມກວດຫາສາເຫດການມີລູກຍາກ ທ່ານໝໍຈະເລີ່ມສອບຖາມປະຫວັດເບື້ອງຕົ້ນທົ່ວໆໄປ ເຊັ່ນ : ການຄຸມກຳເນີດທີ່ເຄີຍໃຊ້, ຄວາມຖີ່ຂອງການມີເພດສຳພັນ, ປະຫວັດປະຈຳເດືອນ (ເຊິ່ງຈະຊ່ວຍບອກວ່າຝ່າຍຍິງນັ້ນມີບັນຫາໄຂ່ບໍ່ຕົກຫລືບໍ່) ປະຫວັດການຜ່າຕັດ, ພະຍາດປະຈຳໂຕ ແລະ ພະຍາດຕິດຕໍ່ທາງເພດສຳພັນ ລວມເຖິງປະຫວັດທາງຝ່າຍຊາຍທີ່ອາດຊ່ວຍບອກເຖິງຄຸນນະພາບຂອງນ້ຳອະສຸຈິ ໄດ້ແກ່ : ປະຫວັດການປ່ວຍກ່ຽວກັບລະບົບສືບພັນ, ການສູບຢາ, ການດື່ມອານກໍຮໍ ເປັນຕົ້ນ.
ຈາກການສອບຖາມປະຫວັດເບື້ອງຕົ້ນຈະເປັນແນວທາງທີ່ດີໃນການສືບຄົ້ນຫາສາເຫດຕໍ່ໄປ ການຈົດ ຫລື ຈື່ຈຳປະຈຳເດືອນ ປະມານ 3 – 6 ເດືອນກ່ອນໄປພົບທ່ານໝໍ ຈະຊ່ວຍໃນການກວດ-ປິ່ນປົວທີ່ດີຂຶ້ນ ຈາກນັ້ນຈະເປັນການກວດເລືອດທົ່ວໄປ ໄດ້ແກ່ : ການກວດເອດ, ຊີຟີລິສ ແລະ ຕັບອັກເສ B ເຊິ່ງພະຍາດເຫລົ່ານີ້ຈະມີຜົນຕໍ່ລູກໃນທ້ອງໄດ້ ລວມທັງອາດກວດຫາພາຫະພະຍາດເລືອດຈາງທາລັສຊີເມຍໃນຄູ່ຜົວເມຍທີ່ສົງໄສວ່າອາດເປັນພາຫະ ການກວດທັງໝົດນີ້ແນະນຳໃຫ້ກວດພ້ອມກັນທັງຜົວ ແລະ ເມຍ.
ປັດຈຸບັນມີວິທີທີ່ຊ່ວຍໃຫ້ສາມາດຖືພາໄດ້ດັ່ງທີ່ຕ້ອງການຫລາຍຂຶ້ນ ເຊັ່ນ :
- ການເຮັດເດັກຫລອດແກ້ວ (IVF-Vitro Fertilization) ໂດຍການເອົາໄຂ່ ແລະ ເຊື້ອອະສຸຈິທີ່ສົມບູນອອກມາປະສົມດ້ານນອກ ຫລື ໃນຈານແກ້ວທີ່ມີສານລ້ຽງໂຕອ່ອນ ເຮັດໃຫ້ເກີດການປະຕິສົນທິ ຈາກນັ້ນຈະເກີດໂຕອ່ອນໃນໄລຍະທີ່ສົມບູນ ພ້ອມເອົາກັບຄືນເຂົ້າໄປໃສ່ໃນຜົ້ງມົດລູກເພື່ອຝັງໂຕ ແລະ ເຕີບໃຫຍ່ໃນທ້ອງ ພ້ອມທີ່ຈະຖືພາຕໍ່ໄປ.
- ການເຮັດອິກຊີ່ (ICSI-Intracytoplasmic Sperm Injection) ຈາກບັນຫາໂຕອະສຸຈິຂອງຜູ້ຊາຍບາງຄົນມີຄວາມຜິດປົກກະຕິ ຈົນບໍ່ສາມາດເຈາະຜ່ານເປືອກໄຂ່ໄດ້ ຈຶ່ງເປັນທີ່ມາຂອງການພັດທະນາວິທີໃຊ້ເຂັມເຈາະ ແລະ ສົ່ງໂຕອະສຸຈິທີ່ດີທີ່ສຸດຜ່ານເປືອກໄຂ່ເຂົ້າໄປພາຍໃນເນື້ອໄຂ່ໂດຍກົງໃນເວລາຕໍ່ມາ ໂດຍຈະມີຢາຮໍໂມນຊ່ວຍກະຕຸ້ນໃຫ້ໄດ້ໄຂ່ຫລາຍໜ່ວຍ. ວິທີນີ້ຂັ້ນຕອນຄ້າຍຄືການເຮັດເດັກຫລອດແກ້ວ IVF ໄຂ່ ແລະ ອະສຸຈິຫລາຍໂຕຈະຖືກນຳໄປປະສົມໃນຈານເພາະລ້ຽງ ເຊິ່ງອະສຸຈິຈະລອຍເຂົ້າມາປະສົມກັບແຊນໄຂ່ຕາມທຳມະຊາດ, ແຕ່ການເຮັດອິກຊີ່ຈະຄັດເລືອກອະສຸຈິທີ່ແຂງແຮງພຽງ 1 ຕົວ ແລ້ວໃຊ້ເຂັມສິດເຂົ້າໄປໃນແຊນໄຂ່ໂດຍກົງ.
- ນອກຈາກນີ້, ຍັງມີເຕັກໂນໂລຊີການກວດເລືອກເຟັ້ນໂກຣໂມໂຊມໃນໂຕອ່ອນເພື່ອຊ່ວຍຄູ່ຜົວເມຍທີ່ມີບັນຫາ ເຊັ່ນ : ກຸ່ມທີ່ຝ່າຍຍິງມີອາຍຸຕັ້ງແຕ່ 35 ປີຂຶ້ນໄປ ຫລື ເຄີຍມີການຫລຸລູກຕິດກັນຕັ້ງແຕ່ 2 ເທື່ອຂຶ້ນໄປ ຫລື ແມ່ທີ່ເຄີຍເກີດລູກທີ່ມີໂກຣໂມໂຊມຜິດປົກກະຕິ ຫລື ຄູ່ຜົວເມຍທີ່ໄດ້ຮັບການກວດແລ້ວວ່າມີລັກສະນະການຮຽງໂຕຂອງໂກຣໂມໂຊມຂອງຝ່າຍໃດຝ່າຍໜຶ່ງຜິດປົກກະຕິ ເປັນຕົ້ນ ເນື່ອງຈາກໂກຣໂມໂຊມທີ່ຜິດປົກກະຕິໃນໂຕອ່ອນທີ່ເກີດຂຶ້ນຕາມທຳມະຊາດນັ້ນເປັນສາເຫດຂອງການຫລຸລູກ ແລະ ຄວາມພິການແຕ່ກຳເນີດໃນເດັກ ເຊິ່ງພົບຫລາຍຂຶ້ນໃນກຸ່ມປະຊາກອນດັ່ງກ່າວ. ດັ່ງນັ້ນ, ການກວດເລືອກເຟັ້ນໂກຣໂມໂຊມໃນໂຕອ່ອນ ຈຶ່ງເປັນວິທີທີ່ຈະຊ່ວຍຄູ່ຜົວເມຍປະສົບຄວາມສຳເລັດໃນການມີລູກດັ່ງຕັ້ງໃຈ ໂດຍບໍ່ຕ້ອງພະເຊີນກັບອາການແຊກຊ້ອນ ແລະ ຜົນບໍ່ເພິງປະສົງໃນອັດຕາສູງຄືດັ່ງຜ່ານມາ.