ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

- 277795691 1863003160570122 6356468856464984731 n - ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ
- kitchen vibe - ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ
ໃນຕອນບ່າຍວັນທີ 4 ເມສາ 2022 ທີ່ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ ນຳໂດຍ ສະຫາຍ ດີ່ງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 3-5 ເມສານີ້.
ການພົບປະຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ໃນໂອກາດທີ່ສອງປະເທດ ພວມສະເຫລີມສະຫລອງປີສາມັກຄີມິດ ຕະພາບ ແລະ ເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນປະສານງານລະຫວ່າງ ສະພາແຫ່ງຊາດລາວ ແລະ ນະຄອນຫລວງຮ່າໂນ້ຍ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງຂອງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ພ້ອມກັນນີ້, ສະຫາຍ ດິ່ງ ຕຽນ ຢຸງ ໄດ້ສະແດງຄວາມຂອບໃຈຕໍ່ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃນຄັ້ງນີ້ ແລະ ຍັງໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການເຮັດວຽກຮ່ວມກັບອົງການປົກ ຄອງນະຄອນຫລວງວຽງຈັນ ໂດຍສະເພາະຜົນສໍາເລັດຂອງການພົບປະ ລະຫວ່າງສອງນະຄອນ ແລະ ຜົນຂອງການຮ່ວມມື ລະຫວ່າງອົງຄະນະພັກນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍໄລຍະປີ 2022-2025 ຕື່ມອີກ.
อาจเป็นรูปภาพของ 10 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม  - 277819103 1863003147236790 2180382583475717334 n - ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ
- 5 - ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!