ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ

ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 278072610 1864430203760751 8407796805817806580 n - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - kitchen vibe - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ໃນວັນທີ 7 ເມສາ 2022 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ພົບປະໂອ້ລົມ ກັບທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ໃນໂອກາດເດີນທາງລົງເຄື່ອນໄຫວເຮັດວຽກ ເພື່ອຊຸກຍູ້ວຽກງານ ຖວທ ຢູ່ແຂວງສາລະວັນ ໃຫ້ໄດ້ຮັບການພັດທະນາ ແລະ ມີຜົນສຳເລັດເປັນກ້າວໆ.
ທ່ານ ໂພໄຊ ໄຊຍະສອນ ໄດ້ລາຍງານ ໃຫ້ຮູ້ວ່າ: ປັດຈຸບັນວຽກງານ ຖວທ ພາຍໃນແຂວງສາ ລະວັນມີທ່າແຮງຫລາຍດ້ານ, ການນຳແຂວງໄດ້ຖືສຳຄັນ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ເຖິງວ່າຈະມີສະພາບພະຍາດໂຄວິດ-19 ແຜ່ລະບາດກໍຕາມ ແຕ່ວຽກງານ ຖວທ ກໍໄດ້ເຮັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະວຽກງານຖະແຫລງຂ່າວ ແມ່ນໄດ້ສຸມໃສ່ເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວສານເປັນຕົ້ນ, ມະຕິຄຳສັ່ງ, ແຈ້ງການ, ບົດແນະນຳ, ແນວທາງນະໂຍບາຍຕ່າງງໆ ເພື່ອເຮັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ; ສ່ວນດ້ານວັດທະນະທໍາກໍໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ອະນຸລັກປົກປັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງບັນດາເຜົ່າ ແລະ ບູລະນະຮັກສາສະຖານທີ່ສັກກາລະບູຊາຕ່າງໆເປັນຕົ້ນແມ່ນຫໍໄຕວັດກາງ ແລະ ອື່ນໆ. ສຳລັບວຽກງານການທ່ອງທ່ຽວ ກໍໄດ້ສຸມໃສ່ພັດທະນາທ່າແຮງທາງດ້ານທໍາມະຊາດ ເປັນຕົ້ນ ແມ່ນມີແມ່ນໍ້າລຳເຊ, ພູຜາປ່າໄມ້ທີ່ອຸດົມສົມບູນ, ມີແຫລ່ງທ່ອງທ່ຽວພູຜາສຸກ ແລະ ການພັດທະນາແຫລ່ງທ່ອງທ່ຽວອື່ນໆ ເຊິ່ງສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຕາມລະດູການ. ພ້ອມນີ້ ທ່ານເຈົ້າແຂວງ ຍັງໄດ້ເນັ້ນໜັກວ່າໃນຕໍ່ໜ້າຈະສຸມໃສ່ກະກຽມເງື່ອນໄຂ ເພື່ອເປີດການທ່ອງທ່ຽວກັບບັນດາປະເທດໄກ້ຄຽງ, ໂຄສະນາການທ່ອງທ່ຽວແຕ່ລະລະດູການ, ສຸມໃສ່ພັດທະ ນາການທ່ອງທ່ຽວຕິດພັນກັບກະສິກຳ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ສົ່ງເສີມການຜະລິດເປັນສິນຄ້າໂອດັອບ ທີ່ປະຊາຊົນຜະລິດເອງ; ພ້ອມທັງ ພັດທະນາເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຕະ ຫລາດກາງຄືນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ແລະ ສ້າງລະບົບຂໍ້ມູນຂ່າວສານໃຫ້ເປັນລະບົບເພື່ອໂຄສະນາດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ.
อาจเป็นรูปภาพของ 7 คน, ผู้คนกำลังยืน และ ผู้คนกำลังนั่ง ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 278037784 1864430217094083 7277772839003930834 n - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຄະນະນຳຂອງແຂວງທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ຖວທ ໃນໄລຍະທີ່ຜ່ານມາໃຫ້ມີການພັດທະນາຢ່າງຕັ້ງໜ້າ ແລະ ຂໍໃຫ້ສືບຕໍ່ເອົາໃຈໃສ່ຊ່ວຍຊີ້ນຳຕື່ມອີກ. ພ້ອມທັງ ແຈ້ງໃຫ້ທ່ານເຈົ້າແຂວງຊາບວ່າ: ການລົງມາເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນຄັ້ງນີ້, ແມ່ນລົງມາຊຸກຍູ້ວຽກງານ ຖວທ ໂດຍສະເພາະແມ່ນເກັບກຳສະພາບ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອຈະໄດ້ນຳໄປຄົ້ນຄວ້າແກ້ໄຂໃນຕໍ່ໜ້າ, ພ້ອມທັງເປັນການແນະນຳຕົນເອງທີ່ໄດ້ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງ ຖວທ ຄົນໃໝ່.
อาจเป็นรูปภาพของ 11 คน, ผู้คนกำลังยืน และ สถานที่ในร่ม ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 278026866 1864430250427413 9109775216536323085 n - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 3 - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 5 - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ
ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ - 4 - ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງສາລະວັນ