ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ

ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - dFQROr7oWzulq5Fa4MDeClIrd7jB6bV6MCBO3zMoUI1ZXApDY72AUjRLE1z31rYwygI 1 - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ
ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - kitchen vibe - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ

ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - dFQROr7oWzulq5Fa4MDeClIrd7jB6bV6MCBO3zMoUI1ZXApDY72AUjRLE1z31rYwygI 1 - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ

ພາຍຫລັງການຈັບສະຫລາກບານໂລກ 2022 ຮອບແບ່ງກຸ່ມຜ່ານມາໄດ້ບໍ່ເທົ່າໃດມື້ ອົງການສິດທິມະນຸດ ກໍອອກມາເປີດເຜີຍວ່າ ມີແຮງງານຂ້າມຊາດຫລາຍກວ່າ 34 ຄົນ ຈາກບໍລິສັດຮັກສາຄວາມປອດໄພ 8 ແຫ່ງ ເຮັດວຽກໂດຍບໍ່ມີມື້ຢຸດຕິດຕໍ່ກັນຫລາຍເດືອນ ເນື່ອງຈາກນາຍຈ້າງບໍ່ໃຫ້ວັນຢຸດປະຈຳອາທິດຕາມທີ່ກົດຫມາຍກາຕາກຳນົດໃຫ້ ແລະ ກຳມະກອນທີ່ຢຸດຈະຖືກລົງໂທດດ້ວຍການຫັກຄ່າຈ້າງ.

ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - Visit Laos Visit SALANA BOUTIQUE HOTEL - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ
ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - Visit Laos Visit SALANA BOUTIQUE HOTEL - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ

ທັງນີ້ ກົດຫມາຍກາຕາຈຳກັດຊົ່ວໂມງການເຮັດວຽກລາຍອາທິດໄວ້ສູງສຸດ 60 ຊົ່ວໂມງ ເຊິ່ງລວມເຖິງການເຮັດວຽກລ່ວງເວລານຳອີກ ໂດຍກຳມະການມີສິດທິໄດ້ຮັບວັນຢຸດເຕັມຈຳນວນຫນຶ່ງມື້ຕໍ່ອາທິດ ແຕ່ ແອມເນສຕີ້ ອ້າງວ່າ ເຈົ້າຫນ້າທີ່ຮັກສາຄວາມປອດໄພ 29 ຄົນຈາກ 34 ຄົນທີ່ພວກເຂົາລົມກັນວ່າ ພວກເຂົາເຮັດວຽກ 12 ຊົ່ວຕໍ່ມື້ ແລະ ມີ  28 ຄົນກ່າວວ່າພວກເຂົາຖືກປະຕິເສດບໍ່ໃຫ້ຢຸດວຽກ ເຊິ່ງຫມາຍຄວາມວ່າມີແຮງງານຫລາຍຄົນເຮັດວຽກ 84 ຊົ່ວໂມງຕໍ່ອາທິດ.

ແນວໃດກໍຕາມ ຜູ້ຈັດງານຟີຟາ ແລະ ບານໂລກຄະນະກຳມະການສູງສຸດດ້ານການສ່ົງມອບ ແລະມໍລະດົກ (SC) ຕັດສິນໃຈບໍ່ຕໍ່ສັນຍາກັບບໍລິສັດ 3 ແຫ່ງທີ່ບໍ່ປະຕິບັດຕາມກຳນົດລະຫວ່າງການແຂ່ງຂັນຊີງແຊ໊ມສະໂມສອນໂລກປີ 2020 ແລະ ການແຂ່ງຂັນອາຣັບຄັບ ປີ 2021 ໂດຍລະບຸວ່າ : ‘‘ ການລະເມີດເຫລ່ົານີ້ເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ນຳໄປສູ່ການບັງຄັບໃຊ້ມາດຕະການຕ່າງໆ ລວມເຖິງການກຳນົດໃຫ້ຜູ້ຮັບເຫມົາຢູ່ໃນລາຍການເຝົ້າລະວັງຫລືບັນຊີດຳ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຮັບງານຂອງໂຄງການໃນອະນາຄົດ ລວມເຖິງຟີຟາເວີນຄັບນຳອີກ ’’.

ນອກຈາກນີ້ ຫົວຫນ້າຝ່າຍຄວາມຍຸດຕິທຳດ້ານເສດຖະກິດ ແລະ ສັງຄົມຂອງແອມເນສຕີ້ ອິນເຕີເນຊັນແນລ ກ່າວວ່າ : ‘‘ ໃນອີກບໍ່ເທົ່າໃດເດືອນຂ້າງຫນ້າ ບານໂລກ ຟີຟາຕ້ອງມຸ່ງເນັ້ນໄປທີ່ການຄວບຄຸມເຂັ້ມຫລາຍຂຶ້ນເພື່ອປ້ອງກັນການລະເມີດສິດແຮງງານ ແລະ ໃຊ້ອຳນາດກົດດັນກາຕາໃຫ້ດຳເນີນການປະຕິຮູບ ແລະ ບັງຄັບໃຊ້ກົດຫມາຍຢ່າງໄວທີ່ສຸດ ’’.

ຜູ້ຈັດງານຟີຟາ ແລະ ບານໂລກ ຢືນຢັນວ່າ : ‘‘ ຕັ້ງແຕ່ປີ 2014 SC ມຸ່ງຫນ້າທີ່ຈະປົກປ້ອງສຸຂະພາບຄວາມປອດໄພ ແລະ ຄວາມຫມັ້ນຄົງຂອງຜູ້ປະຕິບັດງານໃນໂຄງການບານໂລກຢ່າງເປັນທາງການ ເຮົາຄວບຄຸມມາດຕະການສະຫວັດດີການແຮງງານທີ່ມີຜົນຜູກພັນຕາມສັນຍາ ເຊິ່ງໄດ້ຮັບການກວດສອບ ແລະ ບັງຄັບໃຊ້ຢ່າງຂະຫຍັນຂັນແຂງ ຕາມມາດຕະການສາກົນ ແຕ່ກໍມີນາຍຈ້າງທີ່ພະຍາຍາມແຫກກົດໂດຍບໍ່ຄຳນຶງເຖິງລະບຽບຫລືການກວດສອບທີ່ເຂັ້ມງວດ ເຮົາມຸ້ງຫມັ້ນທີ່ຈະແກ້ໄຂ ແລະ ແກ້ໄຂການລະເມີດມາດຕະຖານຂອງເຮົາຜ່ານກົນໄກການບັງຄັງໃຊ້ຂອງເຮົາ ’’.

ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - 3 - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ
ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - 4 - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ
ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ - 5 - ຜູ້ຈັດງານບານໂລກ 2022 ທີ່ ກາຕາ ຍອມຮັບ ແຮງງານຖືກເອົາປຽບ