ຄລອບ ຊີ້ເກມທີ່ຈະພົບກັບ ແມນຊິຕີ ສຳຄັນທີ່ສຸດ, ຍົກ ເປບ ຄືຜູ້ຈັດການທີມດີທີ່ສຸດໃນໂລກ

ເຈີເກັນ ຄລອບ ຜູ້ຈັດການທີມ ລີເວີພູລ ລະບຸນັດທີ່ຈະພົບກັບ ແມນເຊສເຕີ ຊິຕີ ນັ້ນເປັນເກມສຸດສຳຄັນ ພ້ອມຍົກໃຫ້ ເປບ ກວາດີໂອລາ ຄືຜູ້ຈັດການທີມທີ່ດີທີ່ສຸດໃນໂລກ.
ລີເວີພູລ ອັນດັບ 2 ພຣີເມຍລີກ ອັງກິດ ມີຕາຕະລາງສຳຄັນໃນການບຸກໄປຢາມ ແມນເຊສເຕີ ຊິຕີ ທີມຜູ້ນຳທີ່ສະຫນາມ ເອຕິຮັດ ໃນວັນທີ 10 ເມສານີ້ ເຊິ່ງຫລາຍຄົນເບິ່ງວ່າເກມດັ່ງກ່າວຄືເກມຊີ້ຊະຕາວ່າທີມໃດຈະຄວ້າແຊ໊ມລີກໃນລະດູການນີ້ ຫລັງ ລີເວີພູລ ມີຄະແນນຕາມຫລັງ ແມນຊິຕີ ພຽງ 1 ຄະແນນ.
ໂດຍກ່ອນເກມດັ່ງກ່າວ ຄລອບ ໃຫ້ສຳພາດເຖິງເກມທີ່ພວມຈະມາເຖິງວ່າ : ‘‘ ຖ້າເຮົາຊະນະ ເຮົາຈະຂຶ້ນນຳ 2 ຄະແນນ ຖ້າເຮົາເສຍ ເຮົາຕາມຫລັງ 4 ຄະແນນ ຫາກສະເຫມີເຮົາຕາມຫລັງ 1 ຄະແນນ ມັນເປັນເກມສຳຄັນຫລາຍ ຂ້ອຍຄອຍຖ້າທີ່ຈະເຫັນມັນ ຖ້າເຮົາຕາມຫລັງ 14 ຫລື 15 ຄະແນນ ມັນກໍຄົງເປັນເກມທີ່ດີ ’’.
‘‘ ປະຫວັດສາດຂອງເຮົາກັບ ແມນຊິຕີ ສະແດງໃຫ້ເຫັນວ່າມັນຫນ້າສົນໃຈຕະຫລອດ ເພາະທັງ 2 ທີມພະຍາຍາມຢ່າງເຕັມທີ່ ຂ້ອຍຈິນຕະນາການໄດ້ວ່າຄົນຈຳນວນຫລາຍຈະເບິ່ງເກມນີ້ ແລະ ເຮົາຈະລອງພະຍາຍາມ ’’.
ນອກຈາກນີ້ ຄູເຝິກອາຍຸ 54 ປີ ຍັງກ່າວຍົກຍ້ອງວ່າ ເປບ ຄືຜູ້ຈັດການທີມດີທີ່ສຸດໃນໂລກ ແລະ ທຸກຄົນກໍຍອມຮັບ ຖ້າໃຜສົງໄສລາວ ຂ້ອຍບໍ່ຮູ້ເລີຍວ່າມັນຈະເກີດຂຶ້ນໄດ້ແນວໃດ.