ເງິນຫລາຍກໍຊ່ວຍຫຍັງບໍ່ໄດ້, ຮາແລນ ປະຕິເສດຍ້າຍໄປ ແມນຢູ ແລ້ວ




ແມນເຊສເຕີ ຢູໄນເຕັດ ຫນ້າຫງາຍ ຫລັງຖືກ ເອີຣິງ ຮາແລນ ດາວຍິງຕົວເກັ່ງຂອງ ດອດມຸນ ບອກປະຕິເສດຂໍ້ສະເຫນີຮຽບຮ້ອຍແລ້ວ ເຖິງວ່າ ແມນຢູ ພ້ອມຈະຈ່າຍຄ່າເມື່ອຍໃຫ້ບໍ່ອັ້ນຄືກັບທີມອື່ນໆກໍຕາມ.
ເອີຣິງ ຮາແລນ ດາວຍິງເນື້ອຫອມຂອງໂບຣຸສເຊຍ ດອດມຸນ ຍອດທີມແຫ່ງບຸນເດສລີກາ ເຢຍລະມັນ ຈັດການປະຕິເສດຂໍ້ສະເຫນີຈາກ ແມນເຊສເຕີ ຢູໄນເຕັດ ຮຽບຮ້ອຍ ເຖິງວ່າຈະພ້ອມຈ່າຍຄ່າເມື່ອຍໃຫ້ບໍ່ອັ້ນກໍຕາມ.
ຮາແລນ ຈັດເປັນຫນຶ່ງໃນດາວຍິງທີ່ໄດ້ຮັບຄວາມສົນໃຈຫລາຍທີ່ສຸດໃນວົງການບານເຕະໂລກ ໂດຍນອກຈາກ ແມນຢູ ແລ້ວ ກໍຍັງມີ ແມນເຊສເຕີ ຊິຕີ ແລະ ຣິລ ມາດຣິດ ທີ່ຢາກໄດ້ລາວໄປຮ່ວມທີມໃນໄລຍະລະດູການນີ້ເຊັ່ນດຽວກັນ.
ແນວໃດກໍຕາມ ESPN ສື່ຊື່ດັງຂອງອາເມລິກາ ລາຍງານວ່າ ຮາແລນ ທີ່ຕ້ອງການຄ່າເມື່ອຍກວ່າ 400,000 ປອນຕໍ່ອາທິດ ຈາກວ່າທີ່ຕົ້ນສັງກັດໃຫມ່ນັ້ນ ຕັດສິນໃຈປະຕິເສດຈາກແມນເຊສເຕີ ຢູໄນເຕັດ ໄປແລ້ວ ເນື່ອງຈາກເບິ່ງວ່າ ອະດີດແຊ໊ມພຣີເມຍລີກ 13 ສະໄຫມ ບໍ່ຫນ້າຈະຊ່ວຍໃຫ້ລາວປະສົບຄວາມສຳເລັດໃນສະຫນາມແຂ່ງດັ່ງທີ່ຫວັງເອົາໄວ້.
ຂະນະທີ່ຕົວເລືອກອື່ນໆ ເຊ່ັນ : ແມນເຊສເຕີ ຊິຕີ ກັບ ຣິລ ມາດຣິດ ຕ່າງເປັນຂາປະຈຳໃນແຊ໊ມປຽນລີກ ແລະ ຍັງມັກຈະຜ່ານເຂົ້າໄປໃນຮອບເລິກໆໄດ້ຕະຫລອດໄລຍະຫລາຍປີຜ່ານມາ ສ່ວນ ຣິລ ມາດຣິດ ຫາກໍຜ່ານເຂົ້າເຖິງຮອບ 8 ທີມສຸດທ້າຍໄດ້ພຽງ 2 ຄັ້ງເທົ່ານັ້ນນັບແຕ່ປີ 2011 ເປັນຕົ້ນມາ.