ອາຊາ ຕົກເປັນເປົ້າຫມາຍຂອງການເສີມທີມຂອງທີມດັງພຣີມເມຍລີກ




‘‘ ຟຸດແມກາໂຕ ’’ ລາຍງານວ່າ ທີມ ອາເຊນອລ ສະໂມສອນຈາກພຣີເມຍລີກ ອັງກິດ ກຳລັງໃຫ້ຄວາມສົນໃຈທີ່ຈະຄວ້າ ເອເດັນ ອາຊາ ກອງຫນ້າທີມຊາດ ເບລຢຽມ ຂອງ ຣິລ ມາດຣິດ ທີມໃຫຍ່ແຫ່ງ ລາ ລີກາ ສະເປນ ມາຮ່ວມທີມ.
ລາຍງານລະບຸວ່າ : ອາຊາ ພວມຊອກຫາສະໂມສອນໃຫມ່ທີ່ລາວຈະຍ້າຍໄປຮ່ວມທີມໃນລະດູການຫນ້າ ຫລັງຈາກບໍ່ປະສົບຄວາມສຳເລັດກັບການຫລິ້ນໃນຖິ່ນ ຊານຕີອາໂກ ເບນາເນລ ໂດຍລະດູການນີ້ ລາວຫາກໍໄດ້ຮັບໂອກາດເລີ່ມເປັນຕົວຈິງໃນເກມ ລາ ລີກາ ສະເປນ ໄປພຽງ 7 ນັດເທົ່ານັ້ນ.
ທັງນີ້ ຫລ້າສຸດມີການເປີດເຜີຍວ່າ ອາເຊນອລ ໄດ້ເລີ່ມຕົ້ນການເຈລະຈາກັບ ຣິລ ມາດຣິດ ຕົ້ນສັງກັດຂອງ ອາຊາ ເພື່ອສອບຖາມເຖິງຄວາມເປັນໄປໄດ້ທີ່ຈະດຶງຕົວນັກເຕະລາຍນີ້ເຂົ້າມາເພີ່ມຄວາມແຂງແກ່ນໃຫ້ກັບທີມ ເຊິ່ງລາຍງານລະບຸວ່າ ອາເຊນອລ ຕ້ອງການຈະຢືມຕົວນັກເຕະມາຮ່ວມທີມດ້ວຍສັນຍາ 1 ລະດູການ.
ສຳລັບ ອາຊາ ເຄີຍສ້າງຊື່ສຽງໃນເວທີພຣີເມຍລີກ ອັງກິດ ມາແລ້ວ ສະໄຫມທີ່ລາວເປັນນັກເຕະຂອງທີມ ສິງໂຕນຳ້ເງິນ ເຊິ່ງລາວເຄີຍຄວ້າແຊ໊ມພຣີເມຍລີກ ອັງກິດ ຮ່ວມກັບສະໂມສອນແຫ່ງນີ້ໄດ້ 2 ສະໄຫມ ເມື່ອລະດູການ 2014-15 ແລະ 2016-17.