ສັດຕູທີ່ຮັກ, ເປບ ຍອມຮັບວ່າ ຄລອບ ຄືແບບຢ່າງທີ່ຊ່ວຍໃຫ້ພັດທະນາສີມືຂຶ້ນ




ເປບ ກວາດີໂອລາ ຜູ້ຈັດການທີມ ແມນເຊສເຕີ ຊິຕີ ທີມຜູ້ນຳພຣີເມຍລີກ ອັງກິດ ອອກມາຍອມຮັບວ່າລາວໃຫ້ຄວາມເຄົາລົບໃນຕົວ ເຈີເກັນ ຄລອບ ຜູ້ຈັດການທີມ ລີເວີພູລ ທີມຄູ່ແຂ່ງຍາດແຊ໊ມລີກສູງສຸດຂອງອັງກິດລະດູການນີ້ມາໂດຍຕະຫລອດ ໂດຍລະບຸວ່າ ຜູ້ຈັດການທີມຊາວເຢຍລະມັນຄືຄູ່ຕໍ່ສູ້ທີ່ປ່ຽມດ້ວຍຄຸນນະພາບ ແລະ ມີສ່ວນຊ່ວຍຢ່າງຫລາຍໃນການເຮັດໃຫ້ລາວເປັນຄູເຝິກທີ່ດີຂຶ້ນ ຫລັງ ແມນເຊສເຕີ ຊິຕີ ຫາກໍເປີດສະຫນາມ ສະເຫມີ ລີເວີພູລ ແບບສຸດມັນ 2-2 ໃນເກມໃຫຍ່ ເມື່ອວັນອາທິດທີ່ຜ່ານມາ.
ກວາດີໂອລາ ເຊິ່ງມີຄິວນຳທີມແມນ ຊິຕີ ພົບກັບ ລີເວີພູລ ອີກເທື່ອຫນ່ຶງໃນເກມເອຟເອ ຄັບ ຮອບຮອງຊະນະເລີດ ໃນວັນເສົາທີ 16 ເມສານີ້ ກ່າວວ່າ : ‘‘ ຂ້ອຍບໍ່ຮູ້ວ່າ ເຈີເກັນ ເຄົາລົບໃນຕົວຂ້ອຍ ຫລື ບໍ່ ແຕ່ຂ້ອຍເຄົາລົບລາວມາໂດຍຕະຫລອດ ລາວເຮັດໃຫ້ຂ້ອຍເປັນຜູ້ຈັດການທີມທີ່ດີຂຶ້ນ ທີມຂອງລາວມີແຕ່ເລື່ອງໃນແງ່ບວກ ຫລິ້ນໄດ້ດຸດັນ ແລະ ເນັ້ນເກມບຸກຕະຫລອດເວລາ ຂ້ອຍເອງກໍພະຍາຍາມເຮັດໃຫ້ໄດ້ແບບລາວ ເຮົາບໍ່ໄດ້ເປັນຫມູ່ສະນິດກັນ ບໍ່ໄດ້ນັ່ງກິນເຂົ້ານຳກັນ ແຕ່ຫລັງເຊົາຄຸມທີມແລ້ວ ເຮົາຫນ້າຈະໄດ້ນັ່ງກິນເຂົ້າຮ່ວມກັນໄດ້ໃນງານບັນຈຸຊື່ເຮົາເຂົ້າຫໍກຽມຕິຍົດ ຂ້ອຍມີເບີໂທລະສັບຂອງລາວ ແຕ່ຂ້ອຍບໍ່ໄດ້ໂທຫາລາວ ຂ້ອຍເຄົາລົບລາວຫລາຍ ແລະ ລາວເອງກໍຮູ້ວ່າໃນວັນເສົາຫນ້າ ຂ້ອຍຈະພະຍາຍາມເຕັມທີ່ເພື່ອເອົາຊະນະລາວໃຫ້ໄດ້ ’’.