ສື່ຫວຽດນາມເຜີຍ ນັກກິລາ-ເຈົ້າຫນ້າທີ່ ກວ່າຫມື່ນຄົນ ຮ່ວມຊີເກມ ຄັ້ງທີ 31
April 15, 2022 - 10:19 PM




ຊີເກມ ຄັ້ງທີ 31 ມີນັກກິລາເຈົ້າຫນ້າທີ່ຈາກ 11 ຊາດ ລວມກວ່າ 10,000 ຄົນ ຮ່ວມການແຂ່ງຂັນໃນ 40 ຊະນິດກິລາ ຊີງ 526 ຫລຽນຄຳ ລະຫວ່າງວັນທີ 12-23 ພຶດສະພາ 2022 ສ່ວນພິທີ ‘‘ ຮາໂນ້ຍເກມ ’’ ວັນທີ 12 ພຶດສະພາ ຫວຽດນາມໃຊ້ນັກສະແດງກວ່າ 3,000 ຄົນ.
ຄວາມເຄື່ອນໄຫວມະຫາກຳກິລາຊີເກມ ຄັ້ງທີ 31 ທີ່ພວມຈະມີຂຶ້ນລະຫວ່າງວັນທີ 12-23 ພຶດສະພານີ້ ທີ່ປະເທດຫວຽດນາມ ຫລ້າສຸດສື່ຕ່າງປະເທດລາຍງານວ່າ : ຫວງ ຊວນ ວິນ ນັກແມ໊ນປືນ ເຈົ້າຂອງ 1 ຫລຽນຄຳ 1 ຫລຽນເງິນໂອລິມປິກ ຣີໂອ 2016 ເຊິ່ງປັດຈຸບັນເຮັດຫນ້າທີ່ເປັນຫົວຫນ້າຄູເຝິກສອນຍິງປືນທີມຊາດຫວຽດນາມ ຈະຮັບຫນ້າທີ່ເປັນ 1 ໃນ 9 ນັກກິລາແລ່ນຄົບເພີງເຂົ້າສູ່ສະຫນາມ ມີ ດຶງ ໃນພິທີເປີດ ກ່ອນທີ່ລາວຈະເປັນຄົນຈູດໄຟທີ່ກະຖາງຄົບເພີງ ເພື່ອເປີດການແຂ່ງຂັນຢ່າງເປັນທາງການ.