ມາຕິດ ຕັດສິນໃຈປະກາດອຳລາ ແມນຢູ ແລ້ວ, ຫລັງຈົບລະດູການນີ້




ເນມັນຢາ ມາຕິດ ກອງກາງທີມຊາດເຊີເບຍ ຂອງສະໂມສອນ ໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ປະກາດອຳນລາຖິ່ນ ໂອນ ແທຣບຟອດ ຫລັງຈົບລະດູການນີ້ ຫວັງພາທີມຈົບອັນດັບທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້.
ສຳລັບ ມາຕິດ ອາຍຸ 33 ປີ ຍ້າຍຈາກ ເຊລຊີ ມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ເມື່ອປີ 2017 ດ້ວຍຄ່າຕົວ 40 ລ້ານປອນ ແຕ່ໃນໄລຍະຫລັງລາວບໍ່ຄ່ອຍໄດ້ຮັບໂອກາດລົງສະຫນາມຫລາຍ ເນື່ອງຈາກເປັນຕົວເລືອກຈາກ ສະກັອດ ແມັກໂທມີເນ ແລະ ເຟຣັດ ຈົນຫລ້າສຸດ ກອງກາງປະສົບການຫລາຍ ກໍໄດ້ຕັດສິນໃຈທີ່ຈະອຳລາທີມແນ່ນອນແລ້ວ ເຖິງຈະເຫລືອສັນຍາກັບສະໂມສອນເຖິງໄລຍະປີ 2023 ກໍຕາມ.
ມາຕິດ ລະບຸວ່າ : ‘‘ ຫລັງຈາກທີ່ທົບທວນຢ່າງຫນັກແລ້ວ ຂ່້ອຍຕັດສິນໃຈແລ້ວວ່າລະດູການນີ້ຈະເປັນລະດູການສຸດທ້າຍຂອງຂ້ອຍກັບ ແມນເຊສເຕີ ຢູໄນເຕັດ ຂ້ອຍໄດ້ແຈ້ງເລື່ອງນີ້ກັບຄະນະບໍລິຫານ, ຜູ້ຈັດການທີມ ແລະ ຫມູ່ຮ່ວມທີມເລື່ອງການຕັດສິນໃຈຂອງຂ້ອຍແລ້ວ ມັນເປັນກຽດ ແລະ ເປັນຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຫລິ້ນກັບສະໂມສອນທີ່ຍິ່ງໃຫຍ່ແຫ່ງນີ້ ຕ້ອງຂອບໃຈແຟນບານທີ່ໃຫ້ການສະໜັບສະຫນູນຂ້ອຍມາໂດຍຕະຫລອດ ຕອນນີ້ຂ້ອຍຈະຂໍທຸ່ມເທທຸກຢ່າງຈົນຈົບລະດູການ ເພື່ອຊ່ວຍຫມູ່ຮ່ວມທີມຈົບໃນອັນດັບທີ່ດີທີສຸດເທົ່າທີ່ເປັນໄປໄດ້.’’