ມຽນມາ ປ່ອຍຕົວນັກໂທດ 1.619 ຄົນ ເນື່ອງໃນວັນປີໃໝ່
April 17, 2022 - 10:45 PM


ວັນທີ 17 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສະພາບໍລິຫານແຫ່ງລັດຂອງມຽນມາ ອະໄພຍະໂທດໃຫ້ນັກໂທດ 1.619 ຄົນ ໃນວັນທີ 17 ເມສາ ເຊິ່ງເປັນວັນທຳອິດຂອງປີໃໝ່ຕາມປະຕິທິນຂອງມຽນມາ.
ນັກໂທດສັນຊາດມຽນມາ 1.577 ຄົນ ແລະ ນັກໂທດຊາວຕ່າງປະເທດ 42 ຄົນ ໄດ້ຮັບການອະໄພຍະໂທດ ເພື່ອສະເຫລີມສະຫລອງວັນປີໃໝ່ຕາມປະເພນີຂອງປະເທດ ດ້ວຍເຫດຜົນດ້ານມະນຸດສະທຳ ແລະ ມຸມມອງດ້ານການພົວພັນລະຫວ່າງປະເທດ ລະຫວ່າງມຽນມາກັບປະເທດນັ້ນໆ.
ສະພາບໍລິຫານແຫ່ງລັດຂອງມຽນມາ ຍັງໄດ້ອະໄພຍະໂທດໃຫ້ຊາວມຽນມາ 814 ຄົນ ແລະ ນັກໂທດຕ່າງປະເທດອີກ 7 ຄົນໃນວັນທີ 12 ກຸມພາຜ່ານມາ ເນື່ອງໃນໂອກາດວັນຊາດຂອງມຽນມາ (Diamond Jubilee Union Day) ແລະ ໃນວັນປີໃໝ່ຂອງປີ 2021 ຜ່ານມາ ມຽນມາໄດ້ປ່ອຍຕົວນັກໂທດທັງໝົດ 23.184 ຄົນ.
ທັງນີ້, ປົກກະຕິແລ້ວ ມຽນມາຈະປ່ອຍຕົວນັກໂທດຈຳນວນຫລາຍພັນຄົນໃນການອະໄພຍະໂທດປະຈຳປີ ເພື່ອສະເຫລີມສະຫລອງວັນປີໃໝ່ຕາມປະເພນີ.