ລັດຖະບານລາວ ປະດັບຫລຽນໄຊໃຫ້ແກ່ ຫົວໜ້າຫ້ອງການ ແລະ ສະມາຊິກສະມາຄົມມິດຕະພາບ ຣັດເຊຍ-ລາວ


ວັນທີ 12 ເມສາ 2022 ຜ່ານມານີ້ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສຈ. ປອ. ປານຟີລົບ ອີກຣໍ (PANFILOV IGOR) ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີ ລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຄັ້ງນີ້ ຊຶ່ງເປັນ ການສົ່ງເສີມການທູດປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ທີ່ມີມາແຕ່ດົນນານ ຊຶ່ງໄດ້ເຮັດບົດບາດສຳຄັນໃນການສະໜັບສະໜູນ ແລະ ຊຸກຍູ້ການພົວພັນການຮ່ວມມືລະຫວ່າງສອງຊາດໃຫ້ມີຄວາມໂລ່ງລ່ຽນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໂດຍສະເພາະຊຸກຍູ້ການຮ່ວມມືໃນຂະ ແໜງເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ.
ພ້ອມດຽວກັນນີ້, ທ່ານຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງສະຫວັນ ພົມວິຫານ ແລະ ໃຫ້ຄວາມໝາຍໝັ້ນທີ່ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືອັນດີງາມຂອງສອງປະເທດ ແລະ ປະຊາຊົນສອງຊາດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຣັດເຊຍ-ລາວ.
ໃນໂອກາດດັ່ງກ່າວນີ້ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ ທ່ານ ອຸສຕິນໂນຟ ນິໂກລາຍ (USTINOV NIKOLAY) ສະມາຊິກສະມາຄົມມິດຕະພາບ ຣັດເຊຍ-ລາວ ຜູ້ອຳນວຍການບໍລິສັດ MK ແລະ ປະດັບ ຫຼຽນໄຊມິດຕະພາບໃຫ້ແກ່ ທ່ານ ເກຣໂບ ຢູຣິ (KERBO YURY) ຫົວໜ້າຫ້ອງການຜູ້ຕາງໜ້າສະມາຄົມມິດຕະພາບ ຣັດເຊຍ-ລາວ ປະຈຳ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສປປ ລາວ – ສ ຣັດເຊຍ ກໍຄື ການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນວັນດຽວກັນນີ້, ສອງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ໄດ້ຈັດກອງປະຊຸມ ພົບປະສອງຝ່າຍເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮ່ວມກັນໃນໄລຍະຜ່ານມາ, ປຶກສາຫາລື ແລະ ວາງທິດທາງການຮ່ວມມືກັນໃນຕໍ່ໜ້າ ຊຶ່ງຝ່າຍລາວນຳໂດຍ ທ່ານ ບໍ່ແສງຄຳ ວົງດາລາ ອະດີດກຳມະການ ສູນກາງພັກ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະທານສະມາຄົມ ມິດຕະພາບ ລາວ-ຣັດເຊຍ ແລະ ຝ່າຍຣັດເຊຍ ນຳໂດຍ ທ່ານ ປານຟີລົບ ອີກໍຣ ຮອງປະທານສະມາຄົມ ມິດຕະພາບ ຣັດເຊຍ-ລາວ.
ຂ່າວ-ພາບ: ຄຕພ