ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ

ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ - 3f300889 89e0 46dc 9c6e de7f4eca7781 - ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ
ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ - kitchen vibe - ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ

ບໍລິສັດລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ວັນທີ 22 ເມສາ 2022, ໄດ້ມີການຂົນສົ່ງໝາກຖົ່ວລຽນ 642 ໂຕນຂອງໄທຜ່ານການຂົນສົ່ງສິນຄ້າຂອງລົດໄຟ ລາວ-ຈີນ (ຜ່ານສະຖານີຂົນສົ່ງສິນຄ້າວຽງຈັນໃຕ້) ໂດຍຜ່ານການບໍລິການດຳເນີນທຸລະກຳຂົນສົ່ງ ທີ່ມີປະສິດທິພາບຂອງລົດໄຟ ລາວ-ຈີນ ໂດຍຜ່ານການຂົນສົ່ງທາງລົດ ໄປສະຖານີລົດໄຟວຽງຈັນໃຕ້ ແລະ ຂົນສົ່ງຕໍ່ດ້ວຍລົດໄຟ ລາວ-ຈີນ ໄປສະຖານີນາເຕີຍ.

ຈາກນັ້ນ, ສືບຕໍ່ຂົນສົ່ງຈາກສະຖານີບໍ່ຫານ ໄປຄຸນໝິງ, ກວາງໂຈ, ສົງຊິ້ງ, ຊຽງໄຮ້ ແລະ ເມືອງອື່ນໆ. ກ່ອນໜ້ານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຂົນສົ່ງຜະລິດຕະພັນທ້ອງຖິ່ນທີ່ເປັນເອກະລັກສະເພາະຂອງລາວ ເຊັ່ນ: ໝາກເດືອຍ, ເມັດກາເຟ ແລະ ຜະລິດຕະພັນກະສິກໍາອື່ນໆໄປ ສປ ຈີນ.

ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ - Visit Laos Visit SALANA BOUTIQUE HOTEL - ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ

ຂະນະທີ່ພາຍໃນເດືອນນີ້, ໝາກໄມ້ສົດ ແລະ ຜະລິດຕະພັນກະສິກຳອື່ນໆ 3.000 ໂຕນ ຈະຖືກຂົນສົ່ງຜ່ານທາງລົດໄຟລາວ-ຈີນ.

ການຂົນສົ່ງຜະລິດຕະພັນກະສິກຳຂອງລາວ ແລະ ໄທ ໄດ້ກາຍເປັນທີ່ຈະແຈ້ງຫລາຍຂຶ້ນວ່າ ການຂົນສົ່ງຜ່ານທາງລົດໄຟບໍ່ພຽງແຕ່ສາມາດຫລຸດຄ່າໃຊ້ຈ່າຍການຂົນສົ່ງຫາກຍັງຍົກລະດັບການຂົນສົ່ງໃຫ້ມີປະສິດທິ ພາບສູງ, ຊ່ວຍປະຢັດເວລາການຂົນສົ່ງລົງ 2-3 ວັນທຽບໃສ່ການຂົນສົ່ງທາງລົດ ເຮັດໃຫ້ປະເທດບ້ານໃກ້ເຮືອນຄຽງເຊັ່ນ: ສສ ຫວຽດນາມ, ໄທ, ມຽນມາ ຫັນມານຳໃຊ້ການຄົມມະນາຄົມຂົນສົ່ງຂອງລາວເພື່ອຂົນ ສົ່ງສິນຄ້າໄປພາກພື້ນ ກໍຄືສາກົນນັບມື້ນັບຫລາຍຂຶ້ນ.

ທີ່ສຳຄັນ, ທາງລົດໄຟ ລາວ-ຈີນ ຈະກາຍເປັນຊ່ອງ ທາງຕົ້ນຕໍການເຊື່ອມໂຍງເຊື່ອມຕໍ່ ຂົນສົ່ງສິນຄ້າກະສິກຳຂອງບັນດາປະເທດໃນອາຊຽນໄປ ສປ ຈີນ ແລະ ພາກພື້ນກໍຄືສາກົນ.

ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ - 3 - ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ສປ ຈີນ ຜ່ານລົດໄຟ ລາວ-ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!