ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - 279549447 1880070165530088 5001921113165076510 n - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - kitchen vibe - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9

ວັນທີ 28 ເມສາ 2022, ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ ເຊິ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ບຸຍ ແທັງ ເຊີນ, ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນກັນແບບກົງໄປກົງມາໃນຫລາຍບັນຫາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງ ໂດຍສະເພາະ ເພີ່ມທະວີການເຮັດວຽກເສນາທິການໃຫ້ດີຂຶ້ນ ໃນການຜັນຂະຫຍາຍທິດຊີ້ນຳຂອງການນຳຂັ້ນສູງ, ການຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການພົວພັນຮ່ວມມືສອງຝ່າຍ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ;

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ແມ່ນການຮັດແໜ້ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ ເຖິງວ່າພະຍາດໂຄວິດ-19 ຈະສືບຕໍ່ແພ່ລະບາດກໍຕາມ, ບັນດາຂະແໜງການຕ່າງໆໄດ້ສືບຕໍ່ປະສານສົມທົບກັນ ທັງຜ່ານຊ່ອງທາງອອນລາຍ ກໍຄື ຜ່ານຊ່ອງທາງການທູດ ເພື່ອເຮັດໃຫ້ຫລາຍວຽກທີ່ໄດ້ຕົກລົງກັນມີຜົນສຳເລັດເປັນກ້າວໆມາ. ອັນພົ້ນເດັ່ນ ສອງຝ່າຍ ໄດ້ຮ່ວມກັນເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເຊິ່ງສອງຝ່າຍ ຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆຕະຫລອດປີ ເພື່ອສະເຫລີມສະຫລອງໃຫ້ມີບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ.

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - Visit Laos Visit SALANA BOUTIQUE HOTEL - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - Visit Laos Visit SALANA BOUTIQUE HOTEL - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9

ສອງຝ່າຍ ເຫັນດີເປັນເອກະພາບໃຫ້ສືບຕໍ່ຢ່າງໜັກແໜ້ນ ໃນການຮ່ວມມືດ້ານການ ເມືອງ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ທີ່ເປັນເງື່ອນໄຂພື້ນຖານໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງການພົວພັນພິເສດ ລາວ-ຫວຽດນາມ, ເຫັນດີຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການໄປມາຫາສູ່ກັນໃຫ້ຫລາຍຂຶ້ນ, ເຊິ່ງມູນຄ່າການຄ້າສອງຝ່າຍ ໃນປີ 2021 ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 30% ທຽບໃສ່ປີ 2020. ປັດຈຸບັນ ຫວຽດນາມ ຈັດຢູ່ໃນອັນດັບແຖວໜ້າຂອງຜູ້ລົງທຶນຕ່າງປະ ເທດຢູ່ ສປປ ລາວ ລວມ 426 ໂຄງການ ມີມູນຄ່າຫລາຍກວ່າ 4,3 ຕື້ໂດລາສະຫະລັດ.

ພ້ອມກັນນີ້, ກໍເຫັນດີໃຫ້ສົ່ງເສີມການຮ່ວມມືເສດຖະກິດ ຕາມທິດກະສິກຳສະອາດ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ ທີ່ສອງປະເທດມີທ່າແຮງຮ່ວມກັນ ແລະ ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງ, ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໂດຍໄວ; ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການຮ່ວມມືໃນຂົງເຂດວຽກງານຊາຍແດນ, ວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ ແລະ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ພ້ອມນີ້, ສອງຝ່າຍ ກໍເຫັນດີໃຫ້ສືບຕໍ່ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມື ສອງຝ່າຍ, ຫລາຍຝ່າຍ ທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມື ສປຊ, ອາຊຽນ ລວມທັງ ການກະກຽມເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານໃຫ້ກັນຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - 4 - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - 3 - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9 - 5 - ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລື ດ້ານການເມືອງ ຄັ້ງທີ 9